ຫ້ອງນ້ຳເຄື່ອນທີ່? ຊາຍຈີນອູ້ມເດັກນ້ອຍຖ່າຍເບົາອອກນອກປ່ອງຢ້ຽມລົດໃຫຍ່
28 ເມສາ ເຟສບຸ໊ກແຟນເພຈ China Xinhua News ລາຍງານວ່າ
ເມື່ອບໍ່ຈັກມື້ຜ່ານມານີ້ສາວຊື່ຫວັງກຳລັງຂັບລົດຢູ່ຫົນທາງສາຍໜຶ່ງໃນເມືອງເສິງຕູ
ປະກົດວ່າຢູ່ໆ ກໍ່ເຫັນຜູ້ຊາຍຄົນໜຶ່ງໂຜ່ອອກມາຈາກທາງປ່ອງຢ້ຽມລົດໃຫຍ່ຄັນສີຂາວທາງໜ້າ
ພ້ອມອູ້ມເດັກນ້ອຍຄົນໜຶ່ງໃຫ້ຖ່າຍເບົາລົງພື້ນຫົນທາງທາງປ່ອງຢ້ຽມລົດ
ທັງທີ່ລະຫວ່າງນັ້ນລົດກໍ່ຍັງຄົງເຄື່ອນໄປອີກດ້ວຍ ຈົນເດັກນ້ອຍສຸດແລ້ວຈຶ່ງອູ້ມເຂົ້າລົດ
ເວລານີ້ເລື່ອງຢູ່ລະຫວ່າງກຳລັງກວດສອບຂອງເຈົ້າໜ້າທີ່ຕຳຫຼວດຈໍລະຈອນທ້ອງຖິ່ນແລ້ວ
