ເຮືອ “ຫຼຽວໜິງ” ຊ້ອມຮົບດ້ວຍລູກປືນແທ້ໃນທະເລຈີນຕາເວັນອອກ
ກອງທັບເຮືອຈີນຝຶກຊ້ອມຮົບດ້ວຍອາວຸດແລະກະສຸນແທ້ ໃນເຂດນ່ານນ້ຳສາກົນໃນທະເລຈີນຕາເວັນອອກ
ເມື່ອຊ່ວງຕົ້ນອາທິດນີ້ ໂດຍເຮືອບັນທຸກເຮືອບິນ “ຫຼຽວໜິງ” ເຂົ້າຮ່ວມກິດຈະກຳນຳ
ສຳນັກງານຂ່າວຕ່າງປະເທດລາຍງານຈາກເມືອງປັກກິ່ງ ປະເທດຈີນ
ເມື່ອວັນທີ 24 ເມສາ ໂດຍອ້າງຈາກລາຍງານຂອງສຳນັກງານຂ່າວຊິນຫົວ ວ່າກອງເຮືອຮົບຂອງກອງທັບປົດປ່ອຍປະຊາຊົນຈີນ
(ພີແອວເອ) ນຳໂດຍເຮືອບັນທຸກເຮືອບິນຫຼຽວໜິງພ້ອມເຮືອຕິດຕາມ
ເຂົ້າຮ່ວມພາລະກິດຝຶກຊ້ອມຮົບຕໍ່ຕ້ານອາກາດສະຍານ ແລະ ຕໍ່ຕ້ານເຮືອດຳນ້ຳ ໃນເຂດໜ້ານ້ຳສາກົນຂອງທະເລຈີນຕາເວັນອອກ
ເມື່ອວັນອາທິດທີ່ຜ່ານມາ ຂະນະທີ່ຣັດຖະບານຍີ່ປຸ່ນຍັງບໍ່ສະແດງທ່າທີຕໍ່ການສະແດງອານຸພາບຂອງພີແອວເອໃນເທື່ອນີ້