ອິນເດຍເອົາແທ້!!! ຄະນະຣັດຖະມົນຕຣີໄຟຂຽວກົດໝາຍປະຫານຊີວິດ ຄົນຮ້າຍຂ້າຂົ່ມຂືນເດັກ


ຄະນະຣັດຖະມົນຕຣີອະນຸມັດ ເພີ່ມກົດໝາຍປະຫານຊີວິດຄົນກະທຳຜິດຄະດີຂົ່ມຂືນເດັກ ຫຼັງປະຊາຊົນອອກມາປະທ້ວງທົ່ວປະເທດ ເພາະຄຽດແຄ້ນທີ່ເກີດຄະດີຂົ່ມຂືນຂ້າເດັກນ້ອຍເລື້ອຍໆ



ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນທີ່ 21 ເມສາ ຄະນະຣັດຖະມົນຕຣີອິນເດຍອະນຸມັດຄຳສັ່ງຝ່າຍບໍລິຫານໃຫ້ເພີ່ມໂທດປະຫານຊີວິດແກ່ຜູ້ກະທຳຄວາມຜິດໃນຄະດີຂົ່ມຂືນຂ້າເດັກຕ່ຳກວ່າ 12 ປີ ຫຼັງຊ່ວງຫຼາຍອາທິດທີ່ຜ່ານມາ ເກີດການປະທ້ວງຂຶ້ນທົ່ວປະເທດ ເພື່ອຮຽກຮ້ອງຄວາມເປັນທຳໃຫ້ແກ່ເດັກຍິງອາຍຸ 8 ປີ ທີ່ຖືກຊາຍ 8 ຄົນລຸມໂຊມຂົ່ມຂືນ



ນອກຈາກຈະເພີ່ມໂທດປະຫານຊີວິດແລ້ວຍັງເພີ່ມອັດຕາຈຳຄຸກຂັ້ນຕ່ຳໃຫ້ແນ່ຜູ້ຂົ່ມຂືນຜູ້ຍິງແລະເດັກຕ່ຳກວ່າ 16 ປີ ອີກດ້ວຍ ແຕ່ບໍ່ລະບຸກໍລະນີລ່ວງລະເມີດເດັກຊາຍ ຫຼື ຜູ້ຊາຍ
Powered by Blogger.