ຄວາມເສຍຫາຍມາຢຽບໂລກ! ສຳຫຼວວດ "ໂຊນມໍລະນະ" ທ້ອງທະເລອັນກວ້າງໃຫຍ່ເປັນພິດ ສີ່ງທີ່ມີຊີວິດຢູ່ບໍ່ໄດ້



ເມື່ອວັນທີ 28 ເມສາ ດິ ອິນດິເພນເດນສ໌ລາຍງານວ່າ ນັກວິທະຍາສາດຈາກມະຫາວິທະຍາໄລອີສແອງເກຍໃນອັງກິດສົ່ງຫຸ່ນຍົນ "ຊີໄກເດີ້" ເພື່ອສຳຫຼວດຈຸດທີ່ເອີ້ນວ່າ ເດດໂຊນ (Dead zones) ຫຼຶ ພື້ນທີ່ມໍລະນະບໍລິເວນອ່າວໂອມານ ໃນພູມອາກາດເອເຊຍຕາເວັນຕົກ ຫຼື ຕາເວັນອອກກາງ ພົບວ່າໃຕ້ພື້ນນ້ຳແຫ່ງນັ້ນມີສະພາບອັນຕະລາຍເກິນກວ່າຄວາມເປັນຕາຢ້ານເນື່ອງຈາກເກືອບຈະບໍ່ມີອອກຊິເຈນໃນນ້ຳຖືເປັນໂຊນມໍລະນະທີ່ໃຫຍ່ທີ່ສຸດແລະໜາທີ່ສຸດ ຖ້າຄວາມຈິບຫາຍມາຢຽບໂລກໃນເວລາອັນໃກ້ໆ


ດຣ ບາສຕຽນ ເຄວສ໌ ຫົວໜ້າທີມວິໃຈຈາກມະຫາວະທະຍາໄລອິດແອງເກຍ ບອກວ່າມະຫາສະໝຸດກຳລັງເຈັບປວດ ທັງປາ ພຶດໃຕ້ພື້ນນ້ຳຫຼຶສັດໂຕອື່ນໆ ຕອກຢ້ຳບັນຫາສີ່ງແວດລ້ອມຢ່າງແທ້ຈີງ ທັງຍັງເປັນຜົນກະທົບທີ່ມາຈາກຄົນ ຈາກການໃຊ້ມະຫາສະໝຸດເປັນທັງແຫຼ່ງອາຫານແລະແຫຼ່ງຫາລາຍໄດ້



ເດດໂຊນຍັງໄດ້ຮັບຜົນກະທົບຈາກການໝູນວຽນຂອງສານເຄມີຢ່າງໄນໂຕເຈນ ທີ່ຈະນຳໄປສູ່ການເກີດຂອງໄນຕັສອົກໄຊດ໌ເກີດພາວະເຮືອນກະຈົກຫຼາຍກວ່າຄາບອນໄດອົກໄຊ ເຖີງ 300 ເທົ່າ

ດຣ. ເຄວສ໌ບອກອີກວ່າ ຄວາມເສຍຫາຍກັບຖ້າມື້ເກີດຂື້ນ ໂດຍທີ່ນ້ຳທະເລອຸ່ນຂື້ນ ເກັບອົກຊິເຈນໄດ້ໜ້ອຍລົງ ລວມເຖີງການປ່ຽນແປງທາງສະພາບພູມອາກາດກັບການສຸມໃຫ້ສະຖານະການມັນຊຸດໂຊມລົງໂດຍປ່ອຍຂອງເສຍຈາກແຜ່ນດີນລົງນ້ຳທະເລ



ທີມວິໄຈປ່ອຍຫຸ່ນຍົນສຳຫຼວດໃຕ້ນ້ຳ ຊິໄກເດີ້ 2 ອັນ ຂະໜາດເທົ່າກັບຖັງອົກຊິເຈນສຳຫຼັບນັກປະດານ້ຳ ແລະ ສາມາດລົງເລີກຮອດ 1,000 ແມັດໄດ້ລົງໃນອ່າວດັງກ່າວເປັນເວລາ 8 ເດືອນເພື່ອຈັບພາບລະດັບອົກຊິເຈນຈາກນັ້ນກໍ່ມີການສົ່ງຂໍ້ມູນຜ່ານສັນຍານດາວທຽມ



ສາເຫດທີ່ປ່ອຍຫຸ່ນຍົນມາຖີ້ມໄວ້ເຊື່ອວ່າຈາກຄວາມປອດໄພໃນບໍລິເວນດັງກ່າວ ທີ່ນັກວິໄຈສ່ຽງຕໍ່ການຖືກໂຈນສະລັດມາຈີ້ລັກລວມໄປເຖີງຄວາມຄຽດລະຫວ່າງກຸ່ມທີ່ມີໂອມານເປັນສະມາຊີກ ກັບ ອິຫຼ່ານທີຢູ່ຟາກຝັ່ງຂອງອ່າວໂອມານ

Powered by Blogger.