ໃຈດຳ! ລູກມ້າເຈິພິດນ້ຳກົດ ເສຍໂສມ-ບາດເຈັບໜັກ ເຄາະດີທີ່ມີຄົນຊ່ວຍໄດ້ທັນ
ເມື່ອວັນທີ່
29 ເມສາ ເວບໄຊທ໌ຂ່າວເດລີເມ ລາຍງານວ່າ ມີມ້ານ້ອຍຖືກນ້ຳກົດສາດ ແລະ
ປ່ອຍຖິ້ມໄວ້ທີ່ລານແຫ່ງໜຶ່ງ ທີ່ເມືອງເຊສເຕີ້ຟິນ ເຂດເດີບີເຊຍ ປະເທດອັງກິດ
ເຊິ່ງຜູ້ຊ່ວຍເຫຼືອມັນຕັ້ງຊື່ໄວ້ວ່າ ຊິນເດີ້
ທັງນີ້ ມັນຖືກພົບໃນສະພາບບາດເຈັບ ມີບາດແຜໂພງ
ຈາກນັ້ນຊິນເດີ້ຖືກນຳໂຕໄປຮັກສາທີ່ໂຮງໝໍຂອງສັດ
ທາງທ່ານເດຟ
ເຣນເດີ້ນ ສັດຕະວະແພດໃຫ້ການວ່າ “ທາງເຮົາໝັ້ນໃຈວ່າມັນເປັນການທຳຮ້າຍດ້ວຍເຄມີ
ຈາກການກວດສອບ ແລະ ລາຍງານເບື້ອງຕົ້ນ ແລ້ວມັນຖືກຖິ້ມຫຼັງບາດເຈັບ ເຊິ່ງຈາກຄົນທີ່ໜ້າຈະບໍ່ສາມາດເບິ່ງແຍງຮັກສາມັນໄດ້”
ທັງນີ້ບາດແຜຂອງຊິນເດີ້ມີເຊື້ອປະສິດແຝງຢູ່ເຊິ່ງທາງທີມແພດໄດ້ເບິ່ງແຍງຢ່າງດີ
ເຊິ່ງມັນໜ້າຈະເຊົາໃນໄວໆນີ້ ທາງທີມແພດລົງຄວາມເຫັນວ່າມັນອາດເປັນຮອຍບາດຖາວອນ
ແຕ່ກໍ່ບໍ່ສົ່ງຜົນຫຍັງຕໍ່ສຸຂະພາບຊີວິດຂອງຊິນເດີ້ໃນອານາຄົດ
