ຮ່າງຊົງອິນເດຍໂຊປະຕິຫານ ກ່ອນສະດຸດລົ້ມໃສ່ກອງໄຟ ເຈັບສາຫັດ
ຮ່າງຊົງອິນເດຍເຈັບສາຫັດຈາກແຜໄຟໄໝ້ຮຸນແຮງ
ຫຼັງສະດຸດລົ້ມຂະນະສະແດງປະຕິຫານແລ່ນຜ່າກອງໄຟທີ່ມີຖ່ານແດງໆ
ວັນທີ່ 30 ເມສາ 2018 ສື່ຕ່າງປະເທດລາຍງານວ່າ ວິເຈ ຄູມາ
ຮ່າງຊົງຊາວອິນເດຍພະຍາຍາມສະແດງປະຕິຫານແລ່ນຜ່າກອງໄຟທີ່ມີຖ່ານແດງໆ ໃນພິທີກຳໜຶ່ງໃນວັດສິເຣວານາສິດເດຊະວານາ
ໃນຣັດກາຣະນາດາກະ ປະເທດອິນເດຍ ແຕ່ລະວ່າງນັ້ນເກີດພາດລົ້ມໃສ່ກອງຖ່ານທີ່ມີໄຟຮ້ອນຖ່ານແດງຢູ່
ກ່ອນທີ່ຮ່າງຊົງຄົນອື່ນຈຳນວນ 2 ຄົນໂດດເຂົ້າມາຊ່ອຍເຫຼືອແລະພາໂຕອອກໄປ
ຮ່າງຊົງເຄາະຮ້າຍຜູ້ນີ້ເຂົ້າຮັກສາບາດແຜຈາກໄຟໄໝ້ທີ່ຮຸນແຮງບໍລິເວນຂາທັງສອງຂ້າງ
ຫຼາຍກວ່າ 60 ເປີເຊັນ ສ່ວນຮ່າງຊົງທີ່ເຂົ້າມາຊ່ອຍກໍ່ຮັບບາດເຈັບທີ່ຂາເຊັ່ນກັນ