ຊາວກຳປູເຈຍດື່ມນ້ຳປົນເປືຶ້ອນຢາຂ້າແມງໄມ້ ສັງເວີຍ 10 ສົບ ປ່ວຍນັບ 100



ພົບຊາວກຳປູເຈຍເສຍຊີວິດ 10 ຄົນ ບາດເຈັບນັບ 100 ຫຼັງດື່ມນ້ຳທີ່ຄາດວ່າປົນເປື້ຶອນຢາຂ້າແມງໄມ້ຈາກແຫຼ່ງນ້ຳປະທັງຊີວິດ

ວັນທີ່ 6 ພຶດສະພາ 2018 ເຈົ້າໜ້າທີ່ສາທາລະນະສຸກກຳປູເຈຍລາຍງານວ່າ ທີ່ແຂວງກະແຈະ ມີຊາວກຳປູເຈຍເສຍຊີວິດແລ້ວ 10 ຄົນ ມີອາການບໍ່ສະບາຍອີກ 120 ຄົນ ຫຼັງຈາກດື່ມນ້ຳທີ່ຄາດວ່າຈະປົນເປື້ອນຢາຂ້າແມງໄມ້ຈາກຄອງນ້ຳທີ່ຊາວບ້ານໃຊ້ດື່ມ ແລະ ມາເຮັດອາຫານ

ໂດຍຊາວບ້ານເລີ່ມມີອາການປ່ວຍຕັ້ງແຕ່ວັນພະຫັດທີ່ຜ່ານມາ ມີອາການຫາຍໃຈບໍ່ອອກ ວິນຫົວ ແລະ ແນ່ນເອິກ ເຊິ່ງເຈົ້າໜ້າທີ່ສາທາລະນະສຸກໄດ້ເກັບຕົວຢ່າງນ້ຳ ແລະ ອາຫານໄປກວດສອບແລະຖ້າຜົນຈາກປະຕິບັດການ

ຕຳຫຼວດໃນພື້ນທີ່ຄາດວ່າຕົ້ນຕໍອາດມາຈາກໂຮງງານຟາມໃກ້ຄຽງທີ່ໃຊ້ຢາຂ້າແມງໄມ້ແລະປົນເປື້ອນລົງສູ່ແຫຼ່ງນ້ຳ ຢ່າງໃດກໍ່ຕາມໃນກຳປູເຈຍ ບັນຫາເຫຼົ່ານີ້ ແລະອາຫານປົນເປື້ອນເປັນເລື່ອງທີ່ພົບໄດ້ຫຼາຍ ສ່ວນການກວດສອບສຸຂະພາບເປັນເລື່ອງທີ່ພົບໄດ້ບໍ່ຄ່ອຍຫຼາຍ ແລະ ກົດໝາຍດ້ານຄວາມປອດໄພບໍ່ເຂັ້ມງວດ

Powered by Blogger.