ອຸທາຫອນ! ແວ້ນ 5 ຄັນ ໝອບຊິ້ງກາງເດິກ ແລ່ນຕຳກະບະ ຕາຍ 4 ເຈັບ 3



ເມື່ອເວລາປະມານ 23:30 ຂອງຄືນວັນທີ່5 ພຶດສະພາ 2018 ເຈົ້າໜ້າທີ່ໄດ້ຮັບແຈ້ງອຸປະຕິເຫດ ລົດຈັກຫຼາຍຄັນແລ່ນຕຳກະບະບໍລິເວນ ໜ້າປ້ຳ ປຕທ ບ້ານຍາງ ອຳເພີເມືອງ ຈັງຫວັດບູລີລຳ

ວິທູນ ຄົງເສນາ ພະນັກວິທະຍຸສື່ສານ ຝ່າຍຂ່າວປະຊາສຳພັນ ໜ່ວຍກູ້ໄພສະຫວ່າງຈັນຍາທຳສະຖານ ເປີດເຜີຍຂໍ້ມູນວ່າ ພາຍຫຼັງໄດ້ຮັບແຈ້ງເຫດ ເຈົ້າໜ້າທີ່ໄດ້ເຂົ້າໄປຊ່ວຍເຫຼືອຜູ້ບາດເຈັບທັນທີ ທີ່ເກີດເຫດພົບລົດຈັກແຕ່ງຊິ້ງລວມ 5 ຄັນແລ່ນຕຳກະບະສີແດງ ສະພາບເສຍຫານຍຈົນບໍ່ເຫຼືອເຄົ້າໂຄງເກົ່າ

ແລະພົບຜູ້ບາດເຈັບໃນທີ່ເກີດເຫດເປັນໄວລຸ້ນອາຍຸ 15-17 ປີ ລວມທັງໝົດ 7 ຄົນຈຳນວນນີ້ 4 ຄົນມີອາການສາຫັດ ເຈົ້າໜ້າທີ່ພະຍາຍາມຟື້ນຄືນຊີບດ້ວຍວິທີປ້ຳຫົວໃຈ ກ່ອນນຳໂຕທຸກຄົນສົ່ງໂຮງໝໍບູລີລຳ

ສອບຖາມຂໍ້ມູນຜູ້ພົບເຫັນເຫດການເລົ່າວ່າ ກຸ່ມລົດຈັກທັງ 5 ຄັນຂັບແຂ່ງກັນມາ ດ້ວຍລັກສະນະໝອບຊິ້ງດ້ວຍຄວາມໄວສູງ ເມື່ອມາຮອດຈຸດເກີດເຫດ ລົດກະບະຄູ່ກໍລະນີ ລົດຄວາມໄວເພື່ອຈະໂຄ້ງເຂົ້າປ້ຳນ້ຳມັນ ກຸ່ມລົດຈັກເບກບໍ່ທັນ ກ່ອນແລ່ນຕຳກະບະຢ່າງແຮງ ແລະ ບັນດາຜູ້ບາດເຈັບບໍ່ມີໃຜໃສ່ໝວກກັນນ໋ອກຈັກຄົນ

ພາຍຫຼັງຜູ້ປະສົບເຫດຖືກສົ່ງໂຮງໝໍ ຈົນເຖີງເວລາ 01:00 ຜູ້ບາດເຈັບເສຍຊີວິດ 3 ຄົນ
ແລະ ລ່າສຸດຊ່ວງເຊົ້າມື້ນີ້ (6 ພຶດສະພາ) ເສຍຊີວິດອີກ 1 ຄົນ ທັງໝົດແມ່ນເສຍຊີວິດ 4 ຄົນ







Powered by Blogger.