ຫຼັງອ່ານບົດຄວາມນີ້ຈົບ ເຮົາຈະກິນຕະລິງປິງ (ໝາກເຟືອງຝຣັ່ງ) ໃຫ້ໄດ້ທຸກມື້ ເພາະມັນດີຕໍ່ສຸຂະພາບແບບນີ້
ຕະລິງປິງ ຫຼື ທີ່ບາງຄົນເອີ້ນວ່າ ໝາກເຟືອງຝຣັ່ງ ເປັນໝາກໄມ້ພື້ນເມືອງຂອງປະເທດຟີລິປິນ
ມັນເປັນໜຶ່ງໃນໝາກໄມ້ທີ່ມີຄຸນປະໂຫຍດທີ່ສຸດໃນໂລກ
ຕະລິງປິງມີລົດຊາດປ້ຽວສົ້ມ ແລະ ເປັນແຫຼ່ງລວມວິຕາມິນ C ແລະ B ສານຕ້ານອະນຸມູນອິດສະຫຼະ
ຟອສຟໍຣັດ ແລະ ທາດເຫຼັກ
ເຖິງວ່າຕະລິງປິງຈະບໍ່ໄດ້ເປັນທີ່ນິຍົມທໍ່ໝາກໄມ້ເຂດຮ້ອນຊະນິດອື່ນໆ
ແຕ່ຮູ້ບໍ່ວ່າມີຄຸນຄ່າທາງໂພສະນາການສູງທີ່ເຮົາສົມຄວນກິນ!
ປະໂຫຍດຂອງຕະລິງປິງ:
1 ຮັກສາການໄອ
ປະສົມຕະລິງປິງກັບເມັດຢີ່ຫຼາຈັກສອງສາມເມັດແລະນ້ຳຕານ ຕົ້ມຖິ້ມໄວ້ປະມານ 2
ຊົ່ວໂມງ ແລະ ແບ່ງດື່ມນ້ຳເປັນສອງຊ່ວງເວລາດື່ມເຄຶ່ງໜຶ່ງກ່ອນອາຫານເຊົ້າແລະອີກເຄິ່ງໃນຊ່ວງແລງ
2 ຕະລິງປິງເໝາະສຳຫຼັບຜູ້ປ່ວຍໂລກເບົາຫວານ
ນຳເມັດເຂົ້າບົດ 6 ເມັດ ປະສົມກັບຕະລິງປິງ ແລະ ນ້ຳໜຶ່ງຈອກຈາກນັ້ນນ້ຳໄປຕົ້ມຈົນເດືອດ
ດື່ມມື້ລະ 2 ເທື່ອ
3 ຮັກສາສິວ
ຕະລິງປິງມີສານທີ່ເປັນກົດເຊິ່ງເປັນປະໂຫຍດຫຼາຍສຳຫຼັບຮັກສາສິວ ພຽງແຕ່ໃຊ້ຕະລິງປິງ
ທາລໍລິເວນທີ່ເປັນສິວຖິ້ມໄວ້ປະມານ 5 ນາທີແລ້ວລ້າງອອກດ້ວຍນ້ຳ
4 ຮັກສາໂລກຣູມາດຊຶ້ມ (Rheumatism)
ຕະລິງປິງສາມາດຮັກສາອາການນີ້ໄດ້ຢ່າງມີປະສິດຕິພາບສູງ ເນື່ອງຈາກໝາກໄມ້ຊະນິດນີ້ມີສານທີ່ເປັນກົດເຊິ່ງສາມາດຊ່ວຍຮັກສາອາການປວດຂໍ້ໄດ້ເປັນຢ່າງດີ
ພຽງແຕ່ທາຕະລິງປິງບົດລົງໃນບໍລິເວນທີ່ໄດ້ຮັບຜົນກະທົບ
5 ໂລກຂໍ້ກະດູກອັກເສບ
ພຽງນຳຕະລິງປິງປະມານໜຶ່ງກຳມືບົດລວມກັບເມັດເຂົ້າພ້ອມກັບນ້ຳໜ້ອຍໜຶ່ງແລະນຳໄປທາໄວ້ບໍລິເວນທີ່ປວດມື້ລະ
2-3 ເທື່ອທຸກມື້
6 ຮັກສາໂລກກ້າມເນື້ອອ່ອນແຮງ
ນຳໃບຕະລິງປິງໜຶ່ງກຳມືບົດລວມກັບກະທຽມ 10 ກີບ ພິກໄທ 15 ເມັດ ແລະ
ເມັດຕະລິງປິງໜຶ່ງເມັດ ນຳໄປປະຄົບໄວ້ບ່ອນທີ່ມີຜົນກະທົບ
7 ຮັກສາອາການເຈັບແຂ້ວ
ໃຊ້ພຽງຕະລິງປິງບົດໃນບໍລິເວນແຂ້ວທີ່ເຈັບ
ຊ່ວຍບັນເທົາອາການປວດແລະໄດ້ຜົນດີກວ່າຢາແກ້ປວດອີກ
