ລະເບີດໂຈມຕີມັສຍິດ ສູນເລືອກຕັ້ງໃນອັຟການິສະຖານ ດັບແລ້ວ 12 ເຈັບອີກຫຼາຍ
ເກີດເຫດລະເບີດໂຈມຕີມັສຍິດທາງຕາເວັນອອກຂອງອັຟການິສະຖານ
ເຮັດໃຫ້ມີຜູ້ເສຍຊີວິດ 12 ບາດເຈັບອີກຫຼາຍຄົນ
ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດລະເບີດໂຈມຕີມັສຍິດແຫ່ງໜຶ່ງໃນແຂວງໂຄສທ໌
(Khost) ທາງຕາເວັນອອກຂອງອັຟການິສະຖານ
ເມື່ອວັນທີ່ 6 ພຶດສະພາ ຕາມເວລາທ້ອງຖິ່ນ ໂດຍ Habib Shah Ansari ເຈົ້າໜ້າທີ່ສາທາລະນະສຸກແຂວງໂຄສທ໌ກ່າວວ່າ ມີຜູ້ເສຍຊີິວດຢ່າງໜ້ອຍ 12 ຄົນ
ແລະ ບາດເຈັບອີກ 33 ຄົນຈາກເຫດລະເບີດໂຈມຕີເທື່ອນີ້
ລາຍງານບອກວ່າ ມັສຍິດແຫ່ງນີ້ຖືກໃຊ້ເປັນຈຸດລົງທະບຽນຜູ້ມີສິດເລືອກຕັ້ງ
ໃນການລືອກຕັ້ງສະມາຊິກຂອງອັຟການິສະຖານ ທີ່ມີກຳໜົດຈັດຂຶ້ນໃນເດືອນຕຸລານີ້
ທັງນີ້ ປັດຈຸບັນຍັງບໍ່ມີກຸ່ມໃດອອກມາອ້າງໂຕວ່າເປັນຄົນຢູ່ເບື້ອງຫຼັງເຫດລະເບີດດັ່ງກ່າວ
ແຕ່ວ່າກ່ອນໜ້ານີ້ມີກຸ່ມຕາລີບັນແລະໄອເອສຄູ່ຈະໂຈມຕີການເລືອກຕັ້ງຢູ່
