“ຖົງພລາສຕິກ” ທີ່ລະວັນດາ ເປັນສິ່ງຜິດກົດໝາຍເປັນສິ່ງລັກລອບນຳເຂົ້າຫຼາຍທີ່ສຸດ



ເມື່ອປີ 2008 ຣັດຖະບານລະວັນດາໃນທະວີບແອັບຟິກາ ມີຄຳສັ່ງ ຫ້າມໃຊ້ ຫ້າມຜະລິດ ຫ້າມຊື້ ຫ້າມຂາຍຖົງ ແລະ ຫີບຫໍ່ພລາສຕິກທີ່ຫຍ່ອຍສະຫຼາຍບໍ່ໄດ້ຕາມທຳມະຊາດ ຍົກເວັ້ນບາງອຸດສາຫະກຳເຊັ່ນ: ໂຮງໝໍ

ເຖິງເລື່ອງນີ້ຈະເຮັດໃຫ້ລະວັນດາຈະເປັນປະເທດທີ່ຂຶ້ນຊື່ເລື້ອງຄວາມສະອາດ ເມືອງຄິກາລີ ເມືອງຫຼວງຂອງປະເທດຍັງໄດ້ຮັບເລືອກຈາກ UN Habitat ໃຫ້ເປັນເມືອງທີ່ສະອາດທີ່ສຸດໃນທະວີບແອັບຟິກາແຕ່ເຖິງຈັ່ງຊັ້ນຄວາມຕ້ອງການຖົງພລາສຕິກຍັງບໍ່ໝົດໄປ ໂດຍສະເພາະໃນຊຸມຊົນທ້ອງຖິ່ນ ຕະຫຼາດມືດຈັ່ງເປັນບັນຫາທີ່ບໍ່ເຄີຍໝົດຕະຫຼອດ 10 ປີທີ່ຜ່ານມາ ນັບຕັ້ງແຕ່ມີຄຳສັ່ງຫ້າມ

“ຖົງພລາສຕິກຮ້າຍແຮງຊ່ຳກັບຢາເສບຕິດ”  Egide Mberabagabo ເຈົ້າໜ້າທີ່ປະຈຳຊາຍແດນທີ່ເຝົ້າກວດຈັບຖົງພລາສຕິກທີ່ມີການລັກລອບນຳເຂົ້າຈາກປະເທດໃກ້ຄຽງທີ່ຍັງບໍ່ມີກົດໝາຍຫ້າມຊື້ຫ້າມຂາຍຫ້າມໃຊ້ຫ້າມຜະລິດຖົງພລາສຕິກ ທັງຄອງໂກ ແທນຊາເນຍ ຍູກັນດາ ແລະ ບຸຣຸນດີ

“ຜູ້ລັກລອບສ່ວນຫຼາຍເປັນຜູ້ຍິງ ສ່ວນຫຼາຍໃຊ້ວິທີເຊື່ອງຖົງໄວ້ໃນຊຸດຊັ້ນໃນເຮັດໃຫ້ຍາກຕໍ່ການກວດຄົ້ນ” ກົດໝາຍກຳໜົດໂທດຈຳຄຸກສູງສຸດ 6 ເດືອນ ແຕ່ມີລາຍງານວ່າບາງຄົນຖືກຈັບຂັງລືມ ຖືກປະຈານ ຖືກສັ່ງໃຫ້ໃຊ້ແຂ້ວກັບທຳລາຍຖົງພລາສຕິກທີ່ກວດເຈິ ຫຼື ເຖິງຂັ້ນຍອມມີເພດສຳພັນເພື່ອປ່ຽນກັບອິດສະຫຼະພາບ

Powered by Blogger.