ແຊຣ໌ຄລິບຊາຍຕີເດັກນ້ອຍເຮັດທຳທ່າຢອກເດັກ ມີລາກໄປອີກ ເຈິຕີ໋ເລັກຂວາງ



ເດລີເມລາຍງາຍພາບຈາກກ້ອງວົງຈອນປິດທີ່ເຜີຍໃຫ້ເຫັນນາທີຊາຍຄົນໜຶ່ງຢ່າງເຂົ້າໄປກຸ່ມເດັກນ້ອຍ 3 ຄົນ ແລ້ວເຮັດທຳທ່າຢອກຫລິ້ນກັບເດັກຊາຍໂຕນ້ອຍໆທີ່ສຸດ ແຕ່ກັບຈະລາກເດັກໄປແທ້ໆ ຈົນຄິດວ່າອາດເປັນພວກລັກເດັກນ້ອຍຕາມຖົນທາງ


ເຫດການດັ່ງກ່າວເກິດຂື້ນໜ້າຮ້ານຂາຍເຄື່ອງຂອງໃຊ້ພາຍໃນບ້ານທີ່ຍ່າຍເຟີງກັງ ເມືອງຕົ່ງກວນ ມົນທົນກວາງຕຸ້ງພາກໃຕ້ຂອງຈີນ ເມື່ອວັນທີ່ 9 ພຶດສະພາ ຕອນສວຍ

ຊາຍຄົນດັ່ງກ່າວຢອກແລ້ວຍັງພະຍາຍາມທີ່ຈະລາກໂຕເດັກນ້ອຍໄປອີກ ແຕ່ໂຊກດີທີ່ມີອ້າຍແລ່ນເຂົ້າໄປຫ້າມແລ້ວດຶງໂຕນ້ອງກັບມາ


ຕໍ່ມາພໍ່ແມ່ຂອງເດັກນ້ອຍໄປແຈ້ງຄວາມ ຕຳຫລວດຈຶ່ງເປິດເຜີຍວ່າແຊ່ຈູ ຊາຍໜຸ່ມອ້າງວ່າ ຢອກເດັກຊື່ໆ ບໍ່ໄດ້ຄິດຈະລັກພາໂຕຫຍັງ ແຕ່ຕຳຫລວດຍັງບໍ່ເຊືອໃຈ ຈຶ່ງຄວບຄຸມໂຕໄວ້ສອບປາກຄຳຕໍ່ໄປ

Powered by Blogger.