ແບບນີ້ກະມີຫວາ ຕຳຫຼວດຈີນ ຈັບຊາຍຖືໃບຂັບຂີ່ເກ້ ໝົດອາຍຸເກືອບ 20,000 ປີ


ຮ່ອງເຕ້ຕ້ອງຍອມ ຕຳຫຼວດຈີນ ຈັບຊາຍຖືໃບຂັບຂີ່ເກ້ ໝົດອາຍຸເກືອບ 20,000 ປີ ຂ້າງໜ້າ

ເອີ້ນວ່າຕ້ອງຍອມກົ້ມໜ້າຮັບຜິດຢ່າງບໍ່ມີເງື່ຶອນໄຂ ສຳຫຼັບຊາຍຄົນໜຶ່ງທີ່ຖືກຕຳຫຼວດຈໍລະຈອນເອີ້ນກວດສອບ ຂະນະທີ່ຂັບລົດຢູ່ເທິງທາງດ່ວນຮູ່ອີ໋ ສາຍເຊື່ອມມົນທົນຊຽງໄຮ້ ກັບນະຄອນສົງຊຶງ ເມື່ອວັນອັງຄານ (1 ພຶດສະພາ) ທີ່ຜ່ານມາ

ລາຍງານລະບຸວ່າ ຕຳຫຼວດເບິ່ງໃບອະນຸຍາດຂັບລົດຂອງຊາຍດັ່ງກ່າວ ກ່ອນພົບຄວາມຜິດປົກກະຕິບ່ອນມື້ໝົດອາຍຸ ເພາະມັນລະບຸວ່າສາມາດໃຊ້ໄດ້ຕັ້ງແຕ່ວັນທີ 21 ກໍລະກົດ 2015 ຈົນຮອດ 21 ກໍລະກົດ 22012 ເຊິ່ງໝາຍຄວາມວ່າຊົ່ວໃບອະນຸຍາດນີ້ຈະໝົດອາຍຸ ກໍ່ເກືອບ 20,000 ປີຂ້າງໜ້າເລີຍ

ສຸດທ້າຍ ຊາຍດັ່ງກ່າວຍອມຮັບວ່າໃບອະນຸຍາດເປັນຂອງປອມ ທີ່ເຂົາຫາຊື້ມາຢ່າງຜິດກົດໝາຍ ຈຶ່ງຖືກລົງໂທດໂດຍຈຳຄຸກ 15 ມື້ ແລະ ປັບໄໝເງິນປະມານ 9,500,000 ກີບ

Powered by Blogger.