ມືຊ້າຍເກືອບຫາຍ ບ່າວອິນເດຍໂຊພາວ ລູບຫົວແຂ້ຫຼິ້ນ
ສຳນັກຂ່າວຕ່າງປະເທດລາຍງານວ່າ ຄລິບພາບເຫດການທີ່ສຽວໄສ້ລະຫວ່າງຄົນກັບສັດ ຊາຍໜຸ່ມອິນເດຍທີ່ຄິດຢາກມ່ວນເຂົ້າໄປກວນອີ່ແຂ້ໂຕໜຶ່ງ
ທີ່ໂຜ່ຫົວຂຶ້ນມາເທິງໜ້ານ້ຳ ປະກົດວ່າອີ່ແຂ້ດັ່ງກ່າວໄດ້ສະແດງສັນຊາດຕະຍານງັບມືຊາຍຄົນດັ່ງກ່າວເຂົ້າ
ຕາມລາຍງານລະບຸວ່າ ແຂ້ໂຕດັ່ງກ່າວໄດ້ໂຜ່ຂຶ້ນມາຢູ່ເທິງໜ້ານ້ຳ
ກາງກອງວັດສະພຶດເຕັມໄປໝົດ ຊາຍອິນເດຍກຸ່ມໜຶ່ງຄ້າຍຄືກັບພະຍາຍາມເຂົ້າໄປຊ່ວຍເຫຼືອ ແຕ່ກາຍເປັນການທ້າທາຍກັນຫຼິ້ນຊ້ຳ
ໂດຍທີ່ຊາຍຄົນໜຶ່ງໄດ້ເອົາມືເຂົ້າໄປລູບຫົວແຂ້ ພຽງແຕ່ສ້ຽວວິນາທີນັ້ນ ແຂ້ກໍ່ງັບມືຕອບໂຕກັບມາ
ສ້າງຄວາມຕື່ນຕົກໃຈເປັນທີ່ສຸດ
ຈາກພາບທີ່ເຫັນຄົນດັ່ງກ່າວ ໄດ້ຮັບບາດເຈັບຈາກຄົມແຂ້ວອີ່ແຂ້ ແຕ່ນັບວ່າເປັນເຄາະດີ
ທີ່ບໍ່ໄດ້ຮັບບາດເຈັບສາຫັດຫຼາຍກວ່ານີ້ ຫຼື ອາດຖືກງັບແຂນແລ້ວລາກລົງໄປໃນນ້ຳເປັນອາຫານແຂ້ໄປ
ເຊິ່ງຄລິບດັ່ງກ່າວຖືກວິພາກວິຈານໃນສັງຄົມອອນໄລນ໌ຂອງອິນເດຍ ຫຼາຍຄົນເບິ່ງວ່ານີ້ເປັນພຶດຕິກຳສຸດໂງ່ຂອງຄົນເຮົາເລີຍ
