ລະເບີດພີຊີບໃນມັສຍິດໄນຈິເຣຍດັບກວ່າ 24 ສົບ
ມືລະເບີດຂ້າໂຕຕາຍແຝງໂຕປະປົນກັບປະຊາຊົນທີ່ກຳລັງປະກອບພິທີທາງສາສໜາພາຍໃນມັສຍິດແຫ່ງໜຶ່ງທາງພາກຕາເວັນອອກສຽງເໜືອຂອງໄນຈິເຣຍ
ກ່ອນຈະໄດ້ໂອກາດດຶງຊະນວນສາຍຄາດ ແຮງລະເບີດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 24 ຄົນ
ຄາດວ່າເປັນຝີມືກຸ່ມໂບໂກ ຮາຣາມ ເຈົ້າເກົ່າ
ສຳນັກງານຂ່າວເອພີລາຍງານເມືອງໂຍລາ ປະເທດໄນຈິເຣຍ ເມື່ອວັນທີ່ 1 ພຶດສະພາ ວ່າການໂຈມຕີທີ່ເມືອງມູໄບມີຂຶ້ນ
1 ມື້ ຈາກປະທານາທິບໍດີມູຮຳມາດູ ບູອາຣີ ຂອງໄນຈິເຣຍພົບກັບປະທານາທິບໍດີໂດນັນ ທຣັ້ມ
ຜູ້ນຳສະຫະຣັດ ທີ່ທຳນຽບຂາວໃນເມືອງວໍຊິງຕັນ
ເຊິ່ງໄດ້ມີການຫາລືກ່ຽວກັບໄພຄຸກຄາມຈາກກຸ່ມຫົວຮຸນແຮງໂບໂກ ຮາຣາມທີ່ມີຖານຢູ່ທາງຕາເວັນອອກສຽງເໜືອຂອງໄນຈິເຣຍ
ແລະ ຖືກລະບຸຢ່າງໄວວາວ່າຢູ່ເບື້ອງຫຼັງການໂຈມຕີເມື່ອມື້ວັນອັງຄານ
ເປັນເທື່ອທີ່ 2 ໃນຮອບ 6 ເດືອນທີ່ມີຜູ້ເສຍຊີວິດຫຼາຍສິບຄົນ
ຈາກການໂຈມຕີໃນມັສຍິດເມືອງມູໄບ ເມື່ອເດືອນ ພຶດສະພາ ປີຜ່ານມານີ້ ມືລະເບີດຂ້າໂຕຕາຍໄວລຸ້ນດຶງຊະນວນລະເບີດ
ໃນກາງປະຊາຊົນກຳລັງວຸ້ນວາຍກັນໃນຊ່ວງເຊົ້າ ມີຜູ້ເສຍຊີວິດຢ່າງໜ້ອຍ 50 ຄົນ