ເກົາຫຼີໃຕ້ ສັ່ງຖອດລຳໂພງກະຈາຍສຽງ ຢຸດໂຄສະນາຊວນເຊື່ອຕໍ່ຕ້ານເກົາຫຼີເໜືອ
ທາງການເກົາຫຼີເໜືອປະກາດຢັ້ງຢືນປັບເວລາເກົາຫຼີໃຕ້ ພຶດສະພາ ນີ້ ດ້ານເກົາຫຼີໃຕ້ຢຸດກະຈາຍສຽງໂຄສະນາຊວນເຊື່ອຊາຍແດນຖາວອນ
ສະຖານີໂທລະພາບ KRT ຂອງທາງການເກົາຫຼີເໜືອ ປະກາດວ່າເກົາຫຼີເໜືອຈະປັບເວລາປະເທດທີ່ຊ້າກວ່າເກົາຫຼີໃຕ້
30 ນາທີ ໃຫ້ເປັນເວລາເທົ່າກັນ ໂດຍຈະເລີ່ມໃນວັນທີ່ 5 ພຶດສະພານີ້ ເພື່ອເລີ່ມຕົ້ນສູ່ການປົກຄອງ
ແລະ ເປັນໜຶ່ງດຽວກັນ ລາຍງານລະບຸວ່າ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ
ໄດ້ກ່າວຕໍ່ທ່ານມູນ ແຈ-ອິນ ປະທານາທິບໍດີເກົາຫຼີໃຕ້ ຂະນະເຫັນໂມງເທິງຝາບອກເວລາຕ່າງກັນຂອງສອງເກົາຫຼີເມື່ອວັນສຸກທີ່ຜ່ານມາວ່າເປັນຄວາມເຈັບປວດ
ນອກຈາກນີ້ ທ່ານຄິມ ຍັງລະບຸວ່າ ການປັບເວລາເປັນຂະບວນການທີ່ເກົາຫຼີເໜືອແລະໃຕ້
ປັບປ່ຽນສິ່ງທີ່ຕ່າງກັນແລະໄດ້ແຍກກັນໄປ ໃຫ້ກັບມາເປັນໜຶ່ງດຽວກັນອີກກ່ອນໜ້ານີ້
ສອງເກົາຫຼີໄດ້ໃຊ້ເວລາດຽວກັນຕະຫຼອດ ຈົນເດືອນສິງຫາ 2015 ຄວາມສຳພັນຂອງທັງສອງຝ່າຍເສື່ອມຖອຍລົງ
ເກົາຫຼີເໜືອຈຶ່ງເລື່ອນເວລາໃຫ້ຊ້າລົງ 30 ນາທີ
ຂະນະດຽວກັນ ນາງເຊວ ຮະຍຸນ-ໂຊ ໂຄສົກກະຊວງກະລາໂຫມເກົາຫຼີໃຕ້ ປະກາດວ່າ ເກົາຫຼີໃຕ້ຈະເລີ່ມຖອດລຳໂພງທີ່ໃຊ້ກະຈາຍສຽງໂຄສະນາຊວນເຊື່ອບໍລິເວນຊາຍແດນທັງສອງຝ່າຍໂດຍຈະເລີ່ມໃນມື້ນີ້



