ນາທີຊ໊ອກ ໄຟໄໝ້ຕຶກ 26 ຊັ້ນ ມີຄົນຕິດຍອດຕຶກກ່ອນຈະພັງລົງມາ (ຄລິບ)



ເຫດເກີດທີ່ປະເທດເບຣຊິນ ກາງເດິກຂອງຄືນວັນທີ່ 1 ພຶດສະພາ ໄຟໄໝ້ຮຸນແຮງຈົນເຮັດໃຫ້ຕຶກພັງລົງມາ ຂະນະທີ່ມີຄົນໜີຕາຍຂຶ້ນຢູ່ຊັ້ນຍອດສຸດກ່ອນຕຶກຖະລົ່ມລົງມາ ເບື້ອງຕົ້ນຕາຍ 1 ສູນຫາຍ 3



ສື່ຂ່າວຣອຍເຕີ້ ແລະ ສື່ຕ່າງປະເທດລາຍງານເກີດເຫດໄຟໄໝ້ຕຶກສູງ 26 ຊັ້ນ ແຫ່ງໜຶ່ງ ໃນເມືອງເຊົ໊າເປົາໂລ ໃນເບຣຊິນ ໃນກາງເດິກ ຂະນະທີ່ຜູ້ຄົນກຳລັງນອນພັກຜ່ອນຢູ່ ລາຍງານເບື້ອງຕົ້ນວ່າມີຄົນເສຍຊີວິດແລ້ວ 1 ຄົນ ສູນຫາຍ 3 ຄົນ



ເຈົ້າໜ້າທີ່ໄດ້ພາກັນຮີບກູ້ຊີບແລະກູ້ໄພຢ່າງຮີບດ່ວນໃນຂະນະທີ່ມີຄົນພັກອາໄສຢູ່ຕຶກນັ້ນຫຼາຍຄົນທີ່ຕິດຢູ່ ແລະ ມີບາງຄົນທີ່ຮ້ອງໄຫ້ຂໍຄວາມຊ່ວຍເຫຼືອຈາກດ້ານເທິງຂອງຕຶກ ກ່ອນທີ່ຕຶກຈະຖະລົ່ມລົງໃນຊ່ວງຕອນເຊົ້າ



ຈາກການເປີດເຜີຍຂອງຄົນທີ່ອາໄສຢູ່ຫັ້ນກ່າວວ່າຕຶກດັ່ງກ່າວເຄີຍເປັນສຳນັກງານໃຫຍ່ຕຳຫຼວດເມືອງເຊົ໊າເປົາໂລມາກ່ອນ ແຕ່ວ່າຖືກປ່ອຍຖິ້ມຈົນຮ້າງ ຈຶ່ງເຮັດໃຫ້ບັນດາຄົນບໍ່ມີບ້ານປະມານ 150 ຄົນ ໄດ້ເຂົ້າມາຈັບຈອງແລະເຂົ້າມາພັກອາໄສຕັ້ງແຕ່ຊັ້ນ 10 ລົງມາ


ຕົ້ນເພີງເກີດທີ່ຊັ້ນ 6 ເມື່ອປະມານ 01:30 ຈາກນັ້ນໄດ້ລຸກລາມໄປໄໝ້ຕຶກໃກ້ຄຽງອີກຫຼັງໜຶ່ງນຳ ຈົນໄດ້ອົບພະຍົບຜູ້ຄົນອອກຈາກຕຶກໂດຍດ່ວນ ສ່ວນສາເຫດໄຟໄໝ້ຢູ່ລະຫວ່າງການສືບສວນຢູ່

Powered by Blogger.