ເດັກນ້ອຍຊາຍອິນເດຍກັບຂົນປະຫຼາດ ໄດ້ຮັບສາຍາ “ຄົນມີຫາງ”



ສຳນັກຂ່າວຕ່າງປະເທດລາຍງານເດັກຊາຍຊາວອິນເດຍຄົນໜຶ່ງພົບວ່າມີຂົນຈຸກໜຶ່ງ ຍາວອອກມາຈາກຫຼັງລັກສະນະຄ້າຍ “ຄົນມີຫາງ” ຕາມຄວາມເຊື່ອທ້ອງຖິ່ນເບິ່ງວ່າ ເດັກຜູ້ນີ້ອາດເປັນເທບພະເຈົ້າກັບຊາດມາເກີດ ສ້າງຊິລະມົງຄຸນໃຫ້ກັບໝູ່ບ້ານ



ບ່າວນ້ອຍຄົນນີ້ຊື່ ຊະຮາ ອາຍຸ 13 ປີ ລັດມັດໄທປະເທດ ປະເທດອິນເດຍ ເຂົາເກີດມາພ້ອມຈຸດພິເສດຈຸດໜຶ່ງເທິງຮ່າງກາຍ ເພາະມີຂົນແປກໆ ຢູ່ທາງຫຼັງເໜືອສະໂພກຂຶ້ນມາໜ້ອຍໜຶ່ງ ເປັນຈຸກສີດຳມີຄວາມຍາວກວ່າຂົນຈຸດອື່ນໆ ເຮັດໃຫ້ຂົນຈຸດນັ້ນຄ້າຍຄືຫາງຂອງເດັກຜູ້ນັ້ນ



ຄອບຄົວຂອງຊະຮາ ເປີດເຜີຍວ່າ ເດັກຄົນນີ້ເກີດມາພ້ອມຂົນຈຸກນ້ອຍໆນີ້ທີ່ແຜ່ນຫຼັງ ມັນເປັນ
ຈຸດທີ່ເຮັດໃຫ້ລາວຮູ້ສຶກອາຍ ແຕ່ກໍ່ເປັນຈຸດທີ່ເສື້ອຜ້າປົກປິດໄວ້ໄດ້ ແຕ່ລາວກໍ່ເຕີບໃຫຍ່ມາພ້ອມກັບສຸຂະພາບທີ່ດີ ແຕ່ຂົນທີ່ຢູ່ຫຼັງນັ້ນເຮັດໃຫ້ຄົນໝົດໝູ່ບ້ານຮູ້ຈັກລາວດີ ເພາະມີຄວາມເຊື່ອ ຊະຮາອາດເປັນລູກພະເຈົ້າກັບຊາດມາເກີດກໍ່ເປັນໄດ້



ເຮັດໃຫ້ແຕ່ລະມື້ມັກຈະມີຊາວບ້ານຊື້ໝາກໄມ້ມາຝາກ ໂດຍລາວມັກກິນກ້ວຍຫອມເປັນພິເສດ ແລະຄອບຄົວຂອງເດັກຄົນນີ້ກໍ່ເບິ່ງວ່າ ຊະຮາເປັນຂອງຂວັນຈາກພະເຈົ້າ ເຖີງພວກເຂົາຈະບໍ່ລວຍກໍ່ຕາມ ແຕ່ກໍ່ມີຄວາມສຸກກິນດີຢູ່ດີເພາະອາຫານໝາກໄມ້ຜູ້ຄົນທີ່ແບ່ງປັນມາໃຫ້



Powered by Blogger.