ສຸດໂຫດ ຊາຍຈີນຟັນຂາໝາໂຕເອງຈົນຕາຍ ເດືອດຍ້ອນກິນກ້ຽວ 2 ອັນ



ຊາຍຈີນສຸດເດືອດ ໝາທີ່ລ້ຽງໄວ້ກິນກ້ຽວ 2 ອັນ ຄວ້າມີດຟັນຂາ-ລາກໂຍນຖິ້ມ ສຸດທ້າຍໝາທົນຄວາມເຈັບບໍ່ໄດ້ ສິ້ນໃຈຕາຍ

ສຳນັກຂ່າວປະເທດຈີນລາຍງານວ່າວັນທີ່ 15 ພຶດສະພາ ທີ່ຜ່ານມາ ທີ່ເມືອງຊີໜິງ ມົນທົນຊິງໄຫ່ ທາງຕາເວັນອອກສຽງເໜືອຂອງຈີນ ເກີດເຫດໜ້າສະຫຼົດ ຊາຍຄົນໜຶ່ງໃຊ້ມີດຟັນຂາໝາຂອງໂຕເອງຈົນບາດເຈັບສາຫັດກ່ອນກລາກໄປໂຍນຖິ້ມໄວ້ບໍລິເວນເດີ່ນຫຍ້າ

ໂດຍພາຍຫຼັງໝາເຄາະຮ້າຍໂຕດັ່ງກ່າວຖືກເຈົ້າໜ້າທີ່ອາສາສະໝັກຄຸ້ມຄອງສັດໃນທ້ອງຖິ່ນນຳໂຕສົ່ງໂຮງໝໍ ຈາກການກວດສອບພົບວ່າຂາໜ້າດ້ານຊ້າຍຂອງມັນຖືກມີດຟັນ ເສັ້ນເອັນແລະຫຼອດເລືອດຖືກຕັດຂາດ ເຊິ່ງເຈົ້າໜ້າທີ່ພະຍາຍາມຊ່ວຍເຫຼືອ ເຮັດການຮັກສາມັນດົນກວ່າ 5 ຊົ່ວໂມງ ແຕ່ກໍ່ບໍ່ສາມາດຍື້ຊີວິດຂອງມັນໄວ້ໄດ້


ດ້ານເຈົ້າຂອງຜູ້ລົງມືກໍ່ເຫດໄດ້ນັ່ງຕົບໜ້າໂຕເອງລົວໆ ຂະນະເຈົ້າໜ້າທີ່ອາສາສະໝັກນຳໂຕໝາທີ່ເຄາະຮ້າຍດັ່ງກ່າວໄປຝັງ ພ້ອມກັບອັດຄລິບແລະເວົ້າວ່າ “ພຽງແຕ່ກິນກ້ຽວຂອງເຈົ້າຂອງ 2 ອັນ ໝາຕ້ອງຕາຍຍ້ອນຄົມມີດຂອງເຈົ້າຂອງ, ຂ້ອຍຂໍເຖາະທຸກຄົນ ຖ້າບໍ່ຮັກມັນ ກໍ່ຢ່າທຳຮ້າຍມັນໄດ້ບໍ່ ຢ່າເຮັດໃຫ້ມືຕ້ອງແປດເປື້ອນແບບນີ້ເລີຍໄດ້ບໍ່?
Powered by Blogger.