ຟ້າພິໂລດຜ່າຊາວຂະເໝນເກາະກົງ ລີ້ໃຕ້ຕົ້ນໄມ້ເສຍຊີວິດ 5 ຄົນ



ຊາວກຳປູເຈຍ 5 ຄົນລວມເຖິງເດັກນ້ອຍອາຍຸ 4 ປີ ຖືກຟ້າຜ່າ ເສຍຊີວິດຄາທີ່ພ້ອມກັນ ໃນແຂວງເກາະກົງ ທາງພາຕາເວັນຕົກສຽງໃຕ້ ເຫດເກີດຂະນະທີ່ລະດູຝົນໃກ້ຈະມາເຖິງ

ສຳນັກຂ່າວເອເອຟພີລາຍງານຈາກເມືອງພະນົມເປນ ປະເທດກຳປູເຈຍ ເມື່ອວັນທີ່ 15 ພຶດສະພາ ວ່າກຸ່ມຜູ້ເສຍຊີວິດເຂົ້າໄປລີ້ຝົນທີ່ຕົກລົງມາຢ່າງໜັກ ທີ່ກ້ອງຕົ້ນໄມ້ໃຫຍ່ຕົ້ນໜຶ່ງ ໃນເຂດພູເຂົາເມືອງທະມາແບງ ແຂວງເກາະກົງ ເມື່ອວັນພະຫັດ ກ່ອນທີ່ຟ້າຈະຜ່າລົງມາທີ່ຕູບ ເຮັດໃຫ້ເສຍຊວິດທັງໝົດ 5 ຄົນ ໂດຍ 3 ຄົນໃນຈຳນວນນີ້ເປັນຄົນໃນຄອບຄົວດຽວກັນ

ກຳປູເຈຍມີແມ່ນ້ຳ ແລະ ທະເລສາບຈຳນວນຫຼາຍ ແລະ ມີແນວໂນ້ມເກີດຟ້າຜ່າຂະນະເກີດພາຍຸຝົນຟ້າຄະນອງ ເຊິ່ງນັກວິຊາການບາງສ່ວນບອກວ່າບັນຫານີ້ໂຫດຮ້າຍຂຶ້ນ ຈາກການປ່ຽນແປງຂອງສະພາບພູມອາກາດໂລກ ຫຼື ພາວະໂລກຮ້ອນ

ທ່ານຂຽວ ໄວ ໂຄສົກຄະນະກຳມະການບໍລິຫານຈັດການໄພພິບັດແຫ່່ງຊາດກຳປູເຈຍ ກ່າວວ່າ ເຫດສະຫຼົດໃຈລ່າສຸດເຮັດໃຫ້ຈຳນວນປະຊາຊົນທີ່ເສຍຊີວິດຈາກຟ້າຜ່າໃນກຳປູເຈຍ ເພີ່ມຂຶ້ນເປັນ 50 ລາຍນັບຕັ້ງແຕ່ເດືອນມັງກອນ ສ່ວນຂອງປີກ່ອນຢູ່ທີ່ 41 ລາຍໃນຊ່ວງເດືອນດຽວກັນ

ທ່ານຂຽວ ເຜີຍອີກວ່າ ຟ້າຜ່າຍັງເຮັດໃຫ້ງົວຕາຍ 36 ໂຕ ນັບຕັ້ງແຕ່ເດືອນ ມັງກອນ ຣັດຖະບານໄດ້ຈັດສຳມະນາໃຫ້ຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບໄພຄຸກຄາມຈາກຟ້າຜ່າ ແກ່ປະຊາຊົນທີ່ອາໄສຢູ່ຕາມທ້ອງຖິ່ນຊົນນະບົດ ກະຕຸ້ນໃຫ້ຫຼີກລ້ຽງການລີ້ຝົນກ້ອງຕົ້ນໄມ້ ຫຼື ຢືນໃນທີ່ມີນ້ຳຂັງເປັນແອ່ງ
Powered by Blogger.