ກະຕ່າລອຍຟ້າເຊື່ອມບ້ານ-ຫ້າງສັບປະສິນຄ້າ ນັ່ງກິນລົມຊົມວິວສະບາຍໆ ສະໄຕລ໌ສົງຊິ່ງ



ມິຕິໃໝ່ແຫ່ງການເດີນທາງ... ເຜີຍຮູບກະຕ່າລອຍຟ້າເຊື່ອມບ້ານ-ຫ້າງສັບປະສິນຄ້າ ທີ່ນະຄອນສົງຊິ່ງປະເທດຈີນ


ສຳນັກງານຂ່າວຊິນຫົວຂອງປະເທດຈີນເຜີຍແຜ່ຮູບພາບກະຕ່າລອຍຟ້າທີ່ກາຍເປັນຈຸດດຶງດູດນັກທ່ອງທ່ຽວແຫ່ງໃໝ່ລ່າສຸດຂອງນະຄອນສົງຊິ່ງ ທາງຈີນຕາເວັນຕົກສຽງໃຕ້ ເມື່ອບໍ່ດົນມານີ້ ໂດຍກະຕ່າລອຍຟ້ານີ້ມີຄວາມຍາວ 1,000 ແມັດ ຈະພາຜູ້ໂດຍສານເດີນທາງລະຫວ່າງທີ່ພັກອາໄສ ລວມເຖິງສູນການຄ້າ


ອ້າງອີງສື່ທ້ອງຖິ່ນລາຍງານວ່າ ຄ່າໃຊ້ບໍລິການຢູ່ປະມານ 5 ຫຍວນ ຫຼືປະມານ 6,500 ກີບ ຕໍ່ຄົນສ່ວນໃຜທີ່ຢາກສຳພັດປະສົບການຂຶ້ນກະຕ່າລອຍຟ້າແບບບ້ານໆ ແຕ່ມີຂ່າວແວ້ວໆວ່່າຈະຖືກຍ້າຍໄປໄວ້ບ່ອນອື່ນແລ້ວ


Powered by Blogger.