ເກົາຫຼີໃຕ້ກູ້ຊາກເຮືອ “ເຊວອນ” ຂຶ້ນຝັ່ງໄດ້ແລ້ວ ຫຼັງຈົມຢູ່ທະເລກວ່າ 3 ປີ



ເກົາຫຼີໃຕ້ກູ້ຊາກເຮືອເຟີຣີເຊວອນ ທີ່ເກີດອຸບັດຕິເຫດຫຼົ້ມກາງທະເລແລ້ວ ຫຼັງຜ່ານມາກວ່າ 3 ປີ ເລັ່ງຫາຜູ້ສູນຫາຍ 5 ຄົນສຸດທ້າຍ


ຊາກເຮືອຂ້າມຟາກເຊວອນ ທີ່ມີນ້ຳໜັກປະມານ 6,800 ໂຕ້ນ ເຊິ່ງນອນສະແຄງຂ້າງຢູ່ກົ້ນທະເລນອກຊາຍຝັ່ງທະເລຈິນໂດຂອງເກົາຫຼີໃຕ້ ມາດົນກວ່າ 3 ປີ ຖືກກູ້ຂຶ້ນສູ່ເທິງບົກໄດ້ສຳເລັດ ເມື່ອຊ່ວງຕອນທ່ຽງວັນທີ່ 10 ພຶດສະພາ ຕາມເວລາທ້ອງຖິ່ນ ຂະນະທີ່ເຈົ້າໜ້າທີ່ເລັ່ງຊອກຫາຄົນສູນຫາຍອີກ 5 ລາຍ ທີ່ຄາດວ່າຈະຕິດຢູ່ບໍລິເວນຂ້າງຂອງເຮືອ ບໍລິເວນຊັ້ນ 4 ແລະຫ້ອງເຄື່ອງຍົນຂອງເຮືອ


ເຫດການຄວາມໂສກເສົ້າເຮືືອຂ້າມຟາກເຊວອນ ເຊິ່ງມີຜູ້ໂດຍສານສ່ວນຫຼາຍເປັນນັກຮຽນມັດທະຍົມ ໂຮງຮຽນແຫ່ງໜຶ່ງໃນຊານເມືອງໂຊນ ເຊິ່ງມີກຳໜົດເດີນທາງໄປທັດສະນະສຶກສາທີ່ເກາະເຊຈູ ໄດ້ເກີດອຸບັດຕິເຫດວັນທີ່ 16 ເມສາ 2014 ໂດຍມີຜູ້ເສຍຊີວິດຫຼາຍເຖິງ 300  ແລະ ສູນຫາຍອີກຈຳນວນໜຶ່ງ


ເຮືອລຳດັ່ງກ່າວຈົມຢູ່ໃຕ້ທະເລດົນກວ່າ 3 ປີ ຈົນປີ 2010 ບໍລິສັດຊຽງໄຮ້  ຊານເວຈ ຣັດວິສາຫະກິດທີ່ຊ່ຽວຊານດ້ານການປະກອບຜູ້ກູ້ຊາກເຮືອຂອງຈີນ ເຊິ່ງໄດ້ຮັບສຳປະທານຈາກຣັດຖະບານເກົາຫຼີໃຕ້ ສາມາດຍົກດ້ານໜຶ່ງຂອງເຮືອຂ້າມຟາກເຊວອນຂຶ້ນມາຈາກທະເລ ໄດ້ລອຍຂຶ້ນພົ້ນຜິວນ້ຳໄດ້ສຳເລັດ


ຂະນະທີ່ການກູ້ຊາກເຮືອຂ້າມຟາກເຊວອນ ຕ້ອງໃຊ້ທີມງານຫຼາຍກວ່າ 450 ຄົນ ແລະ ຕ້ອງໄດ້ໃຊ້ເຮືອທ້ອງແປໃຫຍ່ 2 ລຳ ມັດໃສ່ກັບຊາກເຮືອກ່ອນລາກຈູງເຂົ້າສູ່ຝັ່ງ ເຊິ່ງໃນເວລານັ້ນເຈົ້າໜ້າທີ່ປະເມີນວ່າ ນ້ຳໜັກຂອງເຮືອໄດ້ເພີ່ມຂຶ້ນຫຼາຍກວ່າ 8,000 ໂຕ້ນ ເນື່ອງຈາກຈົມຢູ່ພື້ນທະເລເປັນເວລາດົນ ຈຶ່ງເຮັດໃຫ້ໂຕເຄື່ອງເຕັມໄປດ້ວຍດິນທັບຖົມ




Powered by Blogger.