ປະຕິຫານຊີວິດ! ສາວນອນໂຄມ້າ 4 ເດືອນແລ້ວ ຕື່ນຂື້ນຈາກການຟັງເພງ “ເຈ ໂຊ“
ເມື່ອວັນທີ່ 14 ພຶດສະພາ ເວັບໄຊທ໌ມີເດຍ
ລາຍງານວ່າ ເລື່ອງດັງຈາກໂຊຊ້ຽວມີເດຍຂອງຈີນ ເລີ່ມຈາກຜູ້ຍິງຄົນໜຶ່ງ ອາຍຸ 24 ປີຕົກຢູ່ໃນພາວະໂຄມ້າເນື່ອງຈາກອາກາດແລະເລືອດໄຫຼວຽນໃນສະໝອງຜິດປົກກະຕິ
ເຊຶ່ງເຮັດໃຫ້ລາວຕ້ອງນອນພັກຢູ່ໃນໂຮງໝໍແຫ່ງໜຶ່ງໃນມົນທົນຫູເປ່ ປະເທດຈີນ ຕັ້ງແຕ່ເດືອນ
ພະຈິກປີກ່ອນ ຈາກນັ້ນເມື່ອເດືອນ ມັງກອນ
ທີ່ຜ່ານມາທ່ານ ຜຽງກີ່ຫຼິງ ໝໍຫ້ອງໄອຊີຢູໄດ້ເລີ່ມເບິ່ງແຍງລາວໂດຍພວກເຂົາໄດ້ເວົ້າລົມກັບລາວແລະເລົ່າຂ່າວບັນເທີງໃຫ້ຟັງທຸກມື້ໂດຍເຂົາຫວັງວ່າຈະຊ່ວຍໃຫ້ລາວຟື້ນຂຶ້ນມາ
ໃນເວລາທີ່ ທ່ານ ຜຽງກີ່ຫຼິງ ບໍ່ໄດ້ເວົ້າລົມກັບຜູ້ປ່ວຍ ເຂົາມັກເປິດເພງຂອງ ເຈ ໂຊ
ນັກຮ້ອງຊື່ດັງຈາກໂທລະສັບມືຖືຟັງເຊິ່ງເຂົາເປັນແຟນຄລັບໂຕແທ້ຂອງ ເຈ ໂຊ
ຕັ້ງແຕ່ນ້ອຍແລະເຂົາຫວັງວ່າລາວຈະຫຼົງຮັກເພງຂອງ ເຈ ໂຊ ຄືກັນເຂົາເບິ່ງແຍງລາວແບບນີ້ຈົນເປັນກິດຈະວັດປະຈຳຈົນເຖິງເມື່ອວັນທີ່
21 ມີນາ ຜຽງກີ່ຫຼິງ
ສັງເກດວ່າຜູ່ປ່ວຍໜິງຂາໄດ້ເລັກນ້ອຍຕາມຈັງຫວະເພງ “ໂຣສແມຣີ່“ ຂອງ ເຈ ໂຊ ເຊິ່ງເຂົາລອງຂໍໃຫ້ລາວລອງໜິງແຂນແລະຊີ້ນິ້ວທັນທີ
ເປັນເລື່ອງມະຫັດສະຈັນທີ່ຜູ້ປ່ວຍຮັບຮູ້ແລ້ວເຮັດຕາມທີ່ເຂົາຂໍ ເຂົາຈຶ່ງຟ້າວແລ່ນໄປແຈ້ງກັບເພື່ອນຮ່ວມງານຄົນອື່ນໆ
ຈາກນັ້ນເຂົາກັບເຂົ້າມາກັບເພື່ອນຮ່ວມງານ ແລ້ວເຂົາຮ້ອງເພງ “ໂຣສແມຣີ່“
ໃຫ້ຜູ້ປ່ວຍຟັງແລ້ວຖາມລາວວ່າຄິດແນວໃດກັບສຽງຮ້ອງຂອງເຂົາລາວເວົ້າຄ່ອຍໆຫຼືຊື່ມໄປວ່າ
“ກະໃຊ້ໄດ້ຢູ່ໃດ“ ຫຼັງຈາກນັ້ນນາງຄ່ອຍໆມີອາການດີຂຶ້ນແລະໄດ້ອອກຈາກຫ້ອງໄອຊີຢູເມື່ອວັນທີ່
28 ມີນາ
ທ່ານຜຽງກີ່ຫຼີງໄດ້ຂຽນບັນທຶກເລື່ອງປະຕິຫານນີ້ເກັບໄວ້