ເປັນຕາຮັກແທ້... ຕຳຫຼວດຈໍລະຈອນຍີ່ປຸ່ນໂບກຢຸດລົດ ພາຄອບຄົວເປັດຂ້າມທາງ
ເຜີຍຄລິບວີດິໂອສຸດໜ້າຮັກ ຕຳຫຼວດຍີ່ປຸ່ນໂບກລົດຢຸດເພື່ອຊ່ອຍພາແມ່-ລູກເປັດຂ້າມທາງ
ເວບໄຊທ໌ຕ່າງປະເທດລາຍງານວ່າ ເມື່ອບໍ່ດົນມານີ້ ມີຊາວເນັດຍີ່ປຸ່ນໃຊ້ຊື່ Tenguyokoyama
ໄດ້ເຜີຍແຜ່ຄລິບວີດິໂອເຫດການໜ້າປະທັບໃຈ
ໂດຍເປັນພາບເຈົ້າໜ້າທີ່ຕຳຫຼວດຈໍລະຈອນຄົນໜຶ່ງໂບກລົດໃຫ້ຢຸດຊົ່ວຄາວເພື່ອພາແມ່ເປັດແລະບັນດາລູກເປັດຂ້າມທາງຢ່າງປອດໄພ
ເຊິ່ງໃນຂະນະນັ້ນເຈົ້າໜ້າທີ່ຄົນດັ່ງກ່າວກໍ່ໄດ້ຈັບໝວກພ້ອມກົ່ງໂຕສະແດງຄວາມຂອບໃຈຜູ້ຂັບຂີ່ທີ່ຊ່ອຍສະຫຼະວລາຢຸດລົດໃຫ້
ໂດຍເຫດການນີ້ເກີດຂຶ້ນທີ່ຖະໜົນໃກ້ກັບຍ່ານ ຣັອບປົງງິ (Roppongi) ຍ່ານໜຶ່ງໃນເຂດມິນາໂຕະ
ເມືອງໂຕກຽວປະເທດຍີ່ປຸ່ນ ເປັນແຫຼ່ງຊ໊ອບປິ້ງ ແລະ ສະຖານທີ່ທ່ອງທ່ຽວຍາມກາງຄືນ (NightLife) ທີ່ມີຊື່ສຽງຍ່ານໜຶ່ງໂດຍສະເພາະໃນບັນດາພວກມັນທ່ຽວທັງຫຼາຍ
ພາຍຫຼັງຄລິບຖືກເຜີຍແຜ່ອອກໄປແລ້ວຕ່າງກໍ່ມີຄົນໃຫ້ຄຳເຫັນວ່າ ອົບອຸ່ນໃຈສຸດໆ