ຈີນເລືືອກສ້າງຫົນທາງໃຫ້ແຄບລົງເພື່ອຮັກສາ “ລາຊາຕົ້ນອາວມ້ອນ” ອາຍຸ 400 ປີ
ຈີນເລືອກສ້າງຫົນທາງໃຫ້ແຄບລົງເພື່ອຮັກສາຕົ້ນໄມ້ພັນຫາຍາກ ອາຍຸເກົ່າແກ່ກວ່າ 400
ປີ ໃຫ້ຍັງຢືນຕົ້ນຕໍ່ໄປ
ເວບໄຊທ໌ຂ່າວປະເທດຈີນເຜີຍແຜ່ພາບ “ລາຊາຕົ້ນອາວມ້ອນ” ຕົ້ນໜຶ່ງທີ່ຕັ້ງສະຫງ່າຢູ່ກາງຫົນທາງຢູ່ເມືອງໜານໜິງ
ເຂດປົກຄອງຕົນເອງກວ່າງຊີຈ້ວງ ທາງຕອນໃຕ້ຂອງຈີນ ເຊິ່ງມີອາຍຸ 402 ປີ ຈົນຖືກຂະໜານາມວ່າ
ເປັນຕົ້ນອາວມ້ອນເກົ່າແກ່ທີ່ສຸດຂອງເມືອງ
ເດີມທີ່ຣັດຖະບານທ້ອງຖິ່ນວາງແຜນເມື່ອປີ 2016 ຈະຍ້າຍຕົ້ນອາວມ້ອນໄປຕັ້ງໄວ້ບ່ອນອື່ນ
ເພື່ອຂະຫຍາຍຫົນທາງໃຫ້ກວ້າງຂຶ້ນ ແຕ່ເນື່ອງຈາກລຳຕົ້ນຂອງມັນຊຸດໂຊມໜັກ
ອີກທັງເປັນພັນໄມ້ທີ່ຫາຍາກ ທາງຣັດຖະບານທ້ອງຖິ່ນຈຶ່ງປ່ຽນແຜນສ້າງຮົ້ວອ້ອມໄວ້ເພື່ອຮັກສາ
ໃຫ້ມັນຍັງຢືນຕົ້ນຕໍ່ໄປ ແລ້ວສ້າງຫົນທາງໃຫ້ແຄບລົງແທນ
ປະຈຸບັນຕົ້ນອາວມ້ອນເກົ່າແກ່ຕົ້ນນີ້ຍັງຄົງແຕກໃບສີຂຽວອຸ່ມຊຸ່ມອອກມາເລື້ອຍໆ ຈົນຊາວບ້ານພາກັນເອີ້ນວ່າ
“ຕົ້ນໄມ້ຕະປູ” ທີ່ແຂງແຮງທີ່ສຸດ




