ນາທີສຸດລະທຶກ ໂທນາໂດຖະລົ່ມເຍຍລະມັນ ຄົນຂັບລົດເຈິເຕັມໆ ໝົດທາງໜີ (ຄລິບ)



ສຸດຊ໊ອກ ພາຍຸໂທນາໂດກຳລັງແຮງ ພັດຖະລົ່ມຫຼາຍເມືອງໃນເຍຍລະມັນ ເຈັບ 2 ເຮືອນຊານພັງເພຫຼາຍຫຼັງ ຂະນະທີ່ກ້ອງໜ້າລົດບັນທຶກນາທີເຫຼືອເຊື່ອ ເຈົ້າຂອງລົດປະເຊີນໜ້າກັບໂທນາໂດເຂົ້າຈັງໆ ຊະນິດໝົດທາງໜີ

ເມື່ອວັນທີ່ 17 ພຶດສະພາ 2018 ເວບໄຊທ໌ ເດລີເມວ ເຜີຍແຜ່ຄລິບວີດິໂອສຸດລະທຶກ ບັນທຶກພາບຈາກກ້ອງໜ້າລົດຄັນໜຶ່ງທີ່ຄົນຂັບລົດຕ້ອງຝັນຮ້າຍ ເພາະກຳລັງປະເຊີນໜ້າກັບ ພາຍຸໂທນາໂດກຳລັງແຮງສຸດເປັນຕາຢ້ານເຂົ້າແບບເຕັມໆ ຂະນະທີ່ລາວກຳລັງຂັບລົດຢູ່ເທິງຖະໜົນສາຍໜຶ່ງໃນເຍຍລະມັນ


ຂ່າວແຈ້ງວ່າ ໂທນາໂດກຳລັງແຮງລູກນີ້ໄດ້ພັດຖະລົ່ມຫຼາຍເມືອງ ທາງພາກຕາເວັນຕົກຂອງປະເທດເຍຍລະມັນ ເລີ່ມຈາກ ເມືອງ Viersen ຫ່າງຈາກເມືອງດຸສເຊວດ໊ອບ ປະມານ 65 ກິໂລແມັດ ເມື່ອເວລາປະມານ 18:00 ຂອງວັນພຸດທີ່ 16 ທີ່ຜ່ານມາ ເປັນເຫດໃຫ້ມີບ້ານເຮືອນ ພັງເພເສຍຫາຍ 50 ຫຼັງ ແລະ ມີຜູ້ໄດ້ຮັບບາດເຈັບ 2 ຄົນ ໜຶ່ງໃນນີ້ ເປັນບ່າວອາຍຸ 23 ປີຄົນໜຶ່ງ ເຊິ່ງໄດ້ຮັບບາດເຈັບຮຸນແຮງ ເນື່ອງຈາກຖືກງ່າໄມ້ຟາດ ຂະນະລົງຈາກລົດ
Powered by Blogger.