ຊາຍໜຸ່ມຍ່າງຢູ່ຫ້າງດີໆ ຍົກຕີນຂຶ້ນຖີບເດັກນ້ອຍ 4 ປີ ຟົ້ງລົ້ມຟຸບ
ໃຈຮ້າຍຫຍັງມາ ຊາຍຈີນຍ່າງຢູ່ຫ້າງສັບປະສິນຄ້າຢູ່ດີໆ ຍົກຕີນຂຶ້ນຖີບເດັກນ້ອຍ 4 ປີ
ຟົ້ງລົ້ມຟຸບ ໂຊກດີບໍ່ໄດ້ຮັບບາດເຈັບຫຍັງຫຼາຍ
ສຳນັກຂ່າວຕ່າງປະເທດຈີນລາຍງານວ່າ ເກີດເຫດຊາຍຈີນຄົນໜຶ່ງ ຍ່າງຢູ່ຫ້າງດີໆ ກໍ່ຍົກຕີນຂຶ້ນຖີບເດັກນ້ອຍ
4 ປີຄົນໜຶ່ງທີ່ແລ່ນມາແຕ່ທາງໜ້າເຕັມໆແຮງຈົນເດັກນ້ອຍຟົ້ງລົ້ມຟຸບ ກ່ອນຊາຍດັ່ງກ່າວຈະຍ່າງໜີໄປຢ່າງໄວວາ
ເຫດການດັ່ງກ່າວເກີດຂຶ້ນໃນຊ່ວງຕອນສວຍຂອງວັນທີ່ 19 ພຶດສະພາ ທີ່ຜ່ານມາ ທີ່ຍ່ານການຄ້າເມືອງອີ້ອູ
ມົນທົນເຈີ້ຈຽງ ທາງຕາເວັນອອກສຽງໃຕ້ຂອງຈີນ ຈາກພາບກ້ອງວົງຈອນປິດເຜີຍໃຫ້ເຫັນຊາຍຄົນດັ່ງກ່າວເຊິ່ງນຸ່ງເສື້ອແຂນຍາວສີຂ່າວໂສ້ງສີດຳ
ຍ່າງມາຕາມທາງ ຢູ່ໆ ກໍ່ຍົກຕີນຖີບເດັກນ້ອຍທີ່ແລ່ນມາທາງດ້ານໜ້າເຂົ້າແບບຈັງໆແບບບໍ່ມີກົກປາຍສາຍເຫດ
ຈົນເດັກຄົນນັ້ນລົ້ມລົງກັບພື້ນ ຂະນະທີ່ຊາຍຄົນນັ້ນຫຼຽວເບິ່ງພຽງໜ້ອຍດຽວແລ້ວຮີບຍ່າງໜີໄປ
ໂດຍຫຼັງຈາກເກີດເຫດຂຶ້ນກໍ່ຮີບພາເດັກນ້ອຍຜູ້ນັ້ນນຳໂຕໄປສົ່ງໂຮງໝໍ ໂຊກດີທີ່ບໍ່ໄດ້ເປັນຫຍັງຮ້າຍແຮງ
ທັງນີ້ ເຈົ້າໜ້າທີ່ລາຍງານບໍ່ໄດ້ລະບຸວ່າເຈົ້າໜ້າທີ່ ຕຳຫຼວດໄດ້ມີການນຳຫາໂຕຊາຍດັ່ງກ່າວມາສອບສວນພິຈາລະນາດຳເນີນຄະດີຫຼືບໍ່