ຊາຍເມົາແລ້ວຫ້າວ ຄຶກຄະນອງ ຍ່າງໄປຕີກົ້ນສາວ ສຸດທ້າຍຖືກລຸມຢຽບ-ຕຳຫຼວດຈັບຂັງ
ສຳນັກຂ່າວຕ່າງປະເທດຈີນເຜີຍແຜ່ຄລິບວີດິໂອໜຶ່ງທີ່ຖືກແຊຣ໌ຕໍ່ແລະວິພາກວິຈານຢ່າງກວ້າງຂວາງໃນວີແຊັດໂດຍເປັນພາບຊາຍຄົນໜຶ່ງລວນລາມຜູ້ຍິງທີ່ຍ່າງຢູ່ແຄມທາງ
ກ່ອນຕໍ່ມາຈະຖືກຜູງຊົນລຸມຢຽບ
ລາຍງານບອກວ່າເຫດການດ່ັງກ່າວເກີດຊ່ວງຕອນເຊົ້າມືດໆ ໃກ້ກັບຮ້ານຄາລາໂອເກະ (KTV)
ແຫ່ງໜຶ່ງໃນເຂດຈຽງເປີ່ຍ ນະຄອນສົງຊິງ ພາບຈາກກ້ອງວົງຈອນປິດເຜີຍໃຫ້ເຫັນຊາຍກຸາມໜຶ່ງຍ່າງອອກມາຈາກຮ້ານຄາລາໂອເກະ
ແລ້ວຢູ່ໆ ຊາຍໜຶ່ງໃນນັ້ນກໍ່ຍ່າງເຂົ້າໄປຕີກົ້ນສາວຊຸດແດງຄົນໜຶ່ງທີ່ຍ່າງຢູ່ທາງໜ້າ
ພ້ອມກຽມຍ່າງໜີ
ຂະນະທີ່ຊາຍໜຸ່ມທີ່ມາກັບສາວຄົນນັ້ນບໍ່ພໍໃຈ ຍ່າງເຂົ້າໄປຊີ້ໜ້າຊາຍດັ່ງກ່າວແລ້ວຍົກຕີນຂຶ້ນຖີບ
ກ່ອນຕໍ່ມາເຫດການຈະບານປາຍ ທັງສອງຝ່າຍເກີດແລ່ນເຂົ້າມາຕີກັນ ແລະ ມີຊາຍຈຳນວນຫຼາຍຄົນມຸ້ງໜ້າລຸມຢຽບແຕ່ຜູ້ຊາຍທີ່ເປັນຕົ້ນເຫດດັ່ງກ່າວຈົນລົ້ມລຸກຄຸກຄານ
ຫຼັງເຈົ້າໜ້າທີ່ໄດ້ຮັບແຈ້ງເຫດກໍ່ຮີບມາຫ້າມພ້ອມຄອບຄຸມໂຕທັງສອງຝ່າຍກັບໄປສອບສວນ
ໂດຍພົບວ່າຊາຍຜູ້ເປັນຕົ້ນເຫດແຊ່ຈູ ອາຍຸ 31 ປີ ຊາວເມືອງຕ້າຈູ໋ ມົນທົນເສສວນ ເຊິ່ງພາຍຫຼັງເຈົ້າໜ້າທີ່ຈັບຂັງຄຸກເປັນເວລາ
15 ມື້ ສ່ວນຄົນອື່ນໆບໍ່ມີລາຍງານໂທດ