ນັກສະກີນ້ຳແຂງ 4 ລາຍ ຫຼັງຕິດເທິງພູເຂົາແອລປ໌ ກາງອາກາດທີ່ໜາວແຮງ
ນັກສະກີນ້ຳແຂງ 14 ຄົນ ຕິດຄ້າງກາງອາກາດໜາວທີ່ເຢັນຈັດເທິງພູເຂົາແອລປ໌
ເຮັດໃຫ້ນັກສະກີເສຍຊີວິດ 4 ຄົນ
ວັນທີ່ 30 ເມສາ 2018 ສື່ຕ່າງປະເທດລາຍງານວ່າ ສະພາບອາກາດບໍ່ດີທັງຫິມະຕົກໜັກແລະລົມພັດແຮງບໍລິເວນເຂົາ
Pigne d’Arolla ໃນພູເຂົາແອລປ໌ ໃນຣັດວາເລ ປະເທດສະວິດສະແລນ ເມື່ອວັນອາທິດທີ່ຜ່ານມາ ເຮັດໃຫ້ນັກສະກີ
14 ຄົນ ຕິດຄ້າງໃນໃຈກາງອາກາດໜາວເຢັນທີ່ສຸດ ຈົນສົ່ງຜົນໃຫ້ເຮັດໃຫ້ນັກສະກີ 4 ຄົນ
ເສຍຊີວິດ ແລະ ເຈັບສາຫັດ 5 ຄົນ
ໜ່ວຍກູ້ໄພຕ້ອງໃຊ້ແຮລີຄອບເຕີ້ 7 ລຳອອກຄົ້ນຫາ ພາຍຫຼັງໄດ້ຮັບແຈ້ງເຫດ ຈາກຜູ້ຈັດການຂອງຈຸດພັກໃນບໍລິເວນດັ່ງກ່າວຈົນພົບສົບນັກສະກີແລະຜູ້ບາດເຈັບ
ໂດຍນັກສະກີທັງໝົດຂອງເຈິກັບສະພາບອາກາດທີ່ມໍລະສຸມຕະຫຼອດໝົດຄືນ
ດ້ານຕຳຫຼວດທ້ອງຖິ່ນລະບຸວ່າ ນັກສະກີ 1 ລາຍເສຍຊີວິດຈາກການຕົກຈາກບ່ອນສູງ ສ່ວນທີ່ເຫຼືອອີກ
3 ລາຍ ໄດ້ເສຍຊີວິດທີ່ໂຮງໝໍ ສ່ວນຜູ້ບາດເຈັບມີສະພາວະອຸນຫະພູມຮ່າງກາຍຕ່ຳກວ່າປົກກະຕິ