ຂົວໄມ້ຫັກ! ນາຍົກເທດສະມົນຕີ-ລາດຊະການທ້ອງຖິ່ນຟີລິປິນ ຕົກນ້ຳໝົດທຸກຄົນ
ຊ່ວງອາທິດທີ່ຜ່ານມາ ຂະນະນາຍົກເທດສະມົນຕີເມືອງຊຳບະວົງກາ ປະເທດຟີລິປິນ
ກຳລັງຍ່າງນຳລາດຊະການທ້ອງຖິ່ນຫຼາຍຄົນກວດກາໂຄງການກໍ່ສ້າງທີ່ຢູ່ອາໄສຜູ້ທຸກຍາກ
ຢູ່ໆ
ກໍ່ເກີດເຫດບໍ່ຄາດຄິດ ເມື່ອຂົວທີ່ໃຊ້ຍ່າງຜ່ານຂ້າມໄປໂຕໝູ່ບ້ານເກີດຫັກກະທັນຫັນ
ນາຍົກເທດສະມົນຕີແລະຄະນະທີ່ມານຳກັນເກີດຕົກນ້ຳໝົດທຸດຄົນ
ໂຊກດີທີ່ນ້ຳບໍ່ເລິກ ແລະ ຢູ່ໃນລະດັບທີ່ຢືນໄດ້ ບັນດາຕຳຫຼວດທະຫານໄດ້ເລັ່ງກັນຊ່ອຍເຫຼືອທຸກຄົນຂຶ້ນມາເທິງຝັ່ງຢ່າງປອດໄພທຸກຄົນ
ມີຄົນໄດ້ຮັບບາດເຈັບເລັກນ້ອຍ ລວມເຖິງນາຍົກເທດສະມົນຕີເອງກໍ່ປອດໄພດີ ທັງຍັງກ່າວແບບຕະຫຼົກອີກວ່າ “ຂ້ອຍບໍ່ເປັນຫຍັງ
ແຕ່ຮູ້ສຶກວ່າມີປູຢູ່ຫົວຂ້ອຍເລີຍເນາະ”

