ເກີດເຫດນ້ຳຮົ່ວໄຫຼກະທັນຫັນຖ້ວມເຮືອສຳລານຊື່ດັງ ຄືກັບເຮືອໄທທານິກ



ສຳນັກງານຂ່າວຕ່າງປະເທດລາຍງານວ່າ ໂລກອອນໄລນ໌ຕ່າງກ່າວເຖິງພາບເຫດການທີ່ເກີດຂຶ້ນເທິງເຮືອສຳລານແຫ່ງໜຶ່ງ ຫຼັງພົບວ່ານ້ຳຮົ່ວໄຫຼຖ້ວມທາງຍ່າງແລະຫ້ອງພັກຜູ້ໂດຍສານເທິງເຮືອ ພາບທີ່ຖືກແຊຣ໌ເຜີຍແຜ່ອອກມາກາຍເປັນກະແສໄວຣັສ ເພາະຕ່າງຄົນກໍ່ຄິດເຫັນພາບທີ່ຢູ່ໃນໜັງ ໄທທານິກ

ພາບເຫດການຈາກ Marla DeAnn Haase ໄດ້ຮັບຄວາມສົນໃຈໄປທົ່ວໂລກ ຫຼັງຈາກນາງເປັນ 1 ໃນຜູ້ໂດຍສານເທິງເຮືອສຳລານ Carnival Dream Cruise ແຕ່ເມື່ອຊ່ວງຄ່ຳວັນທີ່ 3 ພຶດສະພາ ທີ່ຜ່ານມປະກົດວ່າເກີດເຫດການນ້ຳຮົ່ວໄຫຼຖ້ວມທາງຍ່າງກະທັນຫັນ

ເຫດການດັ່ງກ່າວສົ່ງຜົນກະທົບຕໍ່ຜູ້ໂດຍສານທີ່ເຂົ້າພັກອາໄສປະມານ 50 ຫ້ອງ ນ້ຳປະລິມານມະຫາສານໄດ້ໄຫຼເຂົ້າມາຖ້ວມຫ້ອງພັກພວກເຂົາ ຈາກການສັງເກດພົບວ່າກະແສນ້ຳຄ້າຍກັບໄຫຼມາຈາກຊັ້ນເທິງ ອອກຈາກຮູຫຼືຊ່ອງທາງໆກຳແພງ ບໍ່ດົນລະດັບນ້ຳກໍ່ຖ້ວມເກີນລະດັບຂໍ້ຕີນຂຶ້ນມາ

ຫຼັງຈາກສາມາດລະງັບເຫດການ ແລະ ໄກ່ເກຍ ລະບາຍນ້ຳອອກທຸກວິທີຈົນ ພຽງບໍ່ຈັກຊົ່ວໂມງກໍກັບຄືນຊູ່ສະພາບປົກກະຕິ ແຕ່ຍັງບໍ່ສາມາດເຂົ້າຫ້ອງໄດ້ເນື່ອງຈາກຄວາມຊຸ່ມຈາກນ້ຳ

ເຫດການນີ້ Carnival Cruise Lines ລະບຸວ່າເກີດຍ້ອນລະບົບດັກຈັບຄວາມຮ້ອນທີ່ຊ່ວຍໃນການດັບເພີງ ເຮັດໃຫ້ລະບົບສີດນ້ຳດັບເພີງເກີດຂຶ້ນອັດຕະໂນມັດ






Powered by Blogger.