ສຸດສຽວ ເປີດປະສົບການໃໝ່ກັບ “ຂົວແວ່ນແກ້ວ 5 ມິຕິ” ທີ່ເຈີ້ຈຽງ
ລະວັງລ້າວ!!! ເປີດປະສົບການໃໝ່ສຸດສຽວສະທ້ານລຳໄສ້ແກ່ກັບ “ຂົວແວ່ນແກ້ວ 5 ມິຕິ”
ທີ່
ມົນທົນເຈີ້ຈຽງປະເທດຈີນ
ເພຈ China Xinhua News ເຜີຍແຜ່ຮູບຂອງ “ຂົວແວ່ນແກ້ວ 5 ມິຕິ”
ທີ່ມາພ້ອມກັບໜ້າຈໍດີຈິຕ້ອນ ທີ່ຈະເຮັດໃຫ້ພວກທ່ານໄດ້ສຳພັດກັບປະສົບການສຸດສຽວ ເມື່ອຢຽບຂົວແລ້ວໄດ້ຍິນສຽງ
“ແຄຣ໊ກ” ແລະເຫັນຮູບຮອຍລ້າວເກີດຂຶ້ນ
ຂົວແຫ່ງນີ້ຢູ່ເໜືອຈາກພື້ນດິນ 160ແມັດ ມີທາງຍາວ 26 ແມັດ ກວ້າງ 6 ແມັດ
ຫາກໍ່ເປີດໃໝ່ໄດ້ປະມານ 2 ທິດ ແຕ່ກໍ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວບໍ່ໜ້ອຍ ຂົວແຫ່ງນີ້ຕັ້ງຢູ່ເມືອງຈິນຫົວ
ມົນທົນ ເຈີ້ຈຽງ ທາງຕາເວັນອອກຂອງປະເທດຈີນ