ນັກກ໊ອບງົງ ແຂ້ຍ່າງນຳຝູງຫ່ານຂ້າມເດີ່ນກ໊ອບທີ່ຟໍລິດ້າ



ເມື່ອວັນທີ່ 11 ພຶດສະພາ ສຳນັກງານຂ່າວຕ່າງປະເທດເຜີຍແຜ່ຄລິບວີດິໂອພາງົງ ເມື່ອແຂ້ໂຕໜຶ່ງຍ່າງນຳຝູງຫ່ານເຊິ່ງສົ່ງສຽງຮ້ອງແລະຍ່າງລຽນແຖວຢ່າງເປັນລະບຽບຮຽບຮ້ອຍຂ້າມເດີ່ນກ໊ອບທີ່ຮັດຟໍລິດ້າ ສະຫະຣັດອາເມຣິກາ

ຄລິບວີດິໂອນີ້ຖ່າຍໂດຍ Ryan Witkowski ຂະນະທີ່ກຳລັງຕີກ໊ອບຢູ່ກັບຄອບຄົວແລະໝູ່ ເຊິ່ງພວກເຂົາພົບວ່າເກີດຄວາມວຸ້ນວາຍຂຶ້ນໄລຍະໄກໆ ຈຶ່ງຮີບເຂົ້າໄປເບິ່ງ ກ່ອນຈະພົບເຫດການແປກໆນີ້ ຂະນະທີ່ທິດທາງທີ່ແຂ້ໂຕດັ່ງກ່າວຍ່າງນຳຝູງຫ່ານມາ ກໍ້ອ້ອມຮອບໄປດ້ວຍຜູ້ຄົນ ເຮັດໃຫ້ພວກເຂົາຕົກຕະລຶງບໍ່ໜ້ອຍ


“ເຈົ້າບໍ່ມີທາງຮູ້ວ່າຈະເກີດຫຍັງຂຶ້ນກັບເດີ່ນກ໊ອບແຫ່ງນີ້” Ryanໂພສທ໌ຂໍ້ຄວາມພ້ອມວີດິໂອໃນເຟສບຸ໊ກ


ຫຼັງຈາກວີດິໂອນີ້ຖືກເຜີຍແຜ່ອອກໄປກໍ່ມີຊາວເນັດສະແດງຄວາມຄິດເຫັນຖົກຖຽງກັນບໍ່ໜ້ອຍ ມີບາງຄົນວິເຄາະວ່າສັດທັງສອງຊະນິດນີ້ມີປະຕິສຳພັນກັນ ກໍ່ຄືນົກນ້ອຍບາງຊະນິມັກບິນລົງມາເກາະຫຼັງແຂ້ເພື່ອຊ່ວຍທຳຄວາມສະອາດຫຼັງແຂ້ນັ້ນເອງ



Powered by Blogger.