ຕຳຫຼວດວຸ້ນວາຍ ຊຸດ “Iron Man” ຖືກລັກ ເສຍຈາກສາງເກັບທີ່ລອສແອນເຈີລີສ



ຕຳຫຼວດວຸ້ນວາຍທັງກົມ ຊຸດໄອຣອນແມນ ມູນຄ່າກວ່າ 2,000,000,000 ກີບ ຖືກລັກຈາກສາງເກັບເຄື່ອງທີ່ລອສແອນເຈີລີສ

ເຈົ້າໜ້າທີ່ຕຳຫຼວດລອສແອນເຈີລີສ ເປີດເຜີຍວັນທີ່ 9 ພຶດສະພາ ວ່າ ຊຸດຫຸ່ນເຫຼັກສີແດງ-ທອງ ທີ່ ໂຣເບີດ ດາວນີ້ ຈູເນຍ ຫຼື ຜູ້ຮັບບົດເປັນໂທນີ້ ສຕ໊າກ ໃຊ້ໃນການຖ່າຍທຳຮູບເງົາເລື່ອງໄອຣອນແມນ (Iron Man) ພາກທຳອິດເມື່ອປີ 2008 ແລະ ຍັງມີໃຊ້ຖ່າຍທຳໃນບາງສາກຂອງ ດິ ອະເວັນເຈີ້ (The Avengers) ຖືກລັກຈາກສາງເກັບເຄື່ອງໃນຖະໜົນວິດເນີ້ ລອສແອນເຈີລີສ ສະຫະຣັດອາເມຣິກາປະເມີນມູນຄ່າສູງເຖິງ 325,000 ໂດລ້າ ຫຼື ປະມານ 2,569,000,000 ກີບ

ໂດຍຄາດວ່າຊຸດຫຸ່ນເຫຼັກດັ່ງກ່າວໜ້າຈະຖືກລັກໄປໃນຊ່ວງເດືອນກຸມພາຫາເດືອນເມສາ ແຕ່ພະນັກງານຫາກໍ່ບອກວ່າຊຸດຫາຍໄປຂະນະທີ່ກຳລັງກວດເບິ່ງເຄື່ອງວັນທີ່ 8 ພຶດສະພາ ທີ່ຜ່ານມານີ້

ທັງນີ້ ປະຈຸບັນຍັງບໍ່ຮູ້ຂໍ້ມູນໃດໆ ກ່ຽວກັບຄົນຮ້າຍ ຂະນະທີ່ເຈົ້າໜ້າທີ່ຕຳຫຼວດປະຕິເສດການເປີດເຜີຍຊື່ຂອງເຈົ້າຂອງສາງ ຂະນະທີ່ມາເວວ (Marvel) ໄດ້ເຮັດການຕິດຕໍ່ໄປຫາວໍ ດິສນີ້ ສະຕູດີໂອ (Walt Disney Studios) ກ່ຽວກັບຊຸດທີ່ຫາຍໄປ ຢ່າງໃດກໍ່ຕາມ ຄະດີດັ່ງກ່າວກຳລັງຢູ່ລະຫວ່າງເຈົ້າໜ້າທີ່ດຳເນີນການສືບສວນຢູ່

Powered by Blogger.