ແຜ່ນດິນໄຫວ 6,2 ສັ່ນຄອນຊາຍແດນຕອນເໜືອຂອງອັຟການິສະຖານ ເດັກນ້ອຍເຈັບ 2 ຄົນ
ເກີດແຜ່ນດິນໄຫວຂະໜາດ 6,2 ທາງຕອນເໜືອຂອງອັຟການິສະຖານ ແຮງສັ່ນສະເທືອນເຖິງປາກີສະຖານເບື້ອງຕົ້ນພົບເດັກບາດເຈັບ
2 ຄົນ
ສຳນັກງານສຳຫຼວດທໍລະນີວິທະຍາຂອງສະຫະຣັດ (USGS) ລາຍງານເມື່ອວັນທີ່ 9 ພຶດສະພາ ເກີດແຜ່ນດິນໄຫວຂະໜາດ 6,2 ບໍລິເວນພູເຂົາໃກ້ກັບຊາຍແດນທາງຕອນເໜືອຂອງອັຟການິສະຖານ
ແລະ ທາຈິກິສະຖານ ໂດຍແຮງສັ່ນສະເທືອນຮັບຮູ້ໄດ້ເຖິງ ເມືອງອິສລາມາບັດ
ເມືອງຫຼວງຂອງປາກີສະຖານ ແລະ ອີກຫຼາຍເມືອງ ສ້າງຄວາມຕື່ນຕົກໃຈໃຫ້ຜູ້ຄົນ ເຊິ່ງພາກັນແລ່ນອອກມາ
ຢູ່ບ່ອນໂລ່ງເພື່ອຄວາມປອດໄພ
ລາຍງານລະບຸວ່າແຜ່ນດິນໄຫວເທື່ອນີ້ເກີດເມື່ອເວລາ 10:41 ຕາມເວລາທ້ອງຖິ່ນ ຈຸດສູນກາງແຜ່ນດິນໄຫວຢູ່ເລິກລົງໄປໃຕ້ດິນ
111 ກິໂລແມັດ ບໍລິເວນພູເຂົາຮິນດູກຸສ ຊາຍແດນອັຟການິສະຖານ ແລະ
ທາຈິກິສະຖານເບື້ອງຕົ້ນພົບເດັກນ້ອຍບາດເຈັບ 2 ຄົນຂະນະທີ່ເຮືອນຂອງເຂົາຖືກພັງຖະລົ່ມຈາກແຮງສັ່ນສະເທືອນ