ຮາວາຍລະທຶກ ອົບພະຍົບ ພູເຂົາໄຟຄິລາເວລະເບີດ ແຜ່ນດິນໄຫວເກືອບ 70 ຮອບ
ທາງການຣັດຮາວາຍປະກາດສຸກເສີນ ສັ່ງອົບພະຍົບ ປຊຊ ເກືອບສິບພັນຄົນ
ໜີໄພພູເຂົາໄຟຄິລາເວລະເບີດ ພົ່ນເຖົ່າຖ່ານລາວາແມັກມາອອກມາອອກມາຢ່າງເປັນຕາຢ້ານ
ຂະນະທີ່ຍັງເກີດແຜ່ນດິນໄຫວຖີ່ໆກັນບໍລິເວນພູເຂົ່າໄຟເກືອບ 70 ເທື່ອ
ເມື່ອ 4 ພຶດສະພາສຳນັກງານຂ່າວຕ່າງປະເທດລາຍງານ ທາງການຣັດຮາວາຍ ຂອງສະຫະຣັດອອກປະກາດສຸກເສີນອົບພະຍົບ
ປຊຊ ເກືອບສິບພັນຄົນໜີໄພເຂົາໄຟຄິລາເວ (Kilauea) ເທິງເກາະຮາວາຍເລີ່ມມີການລະເບີດຄັ້ງໃຫຍ່
ພົ່ນຂີ້ເຖົ່າລາວາອອກມາຢ່າງໜ້າຢ້ານຕັ້ງແຕ່ວັນທີ່ 3 ພຶດສະພາທີ່ຜ່ານມາ
ຂະນະມີຄົນໃນເຂດປູນາ ເທິງເກາະໃຫຍ່ ຫຼື ‘Big Island’ ໃນຣັດຮາວາຍເຮີ່ມອົບພະຍົບໄປຢູ່ສູນທີ່ພັກພີງຜູ້ປະສົບໄພທີ່ທາງການຈັດຕຽມໄວ້ກັນແລ້ວ
ຫຼັງຈາກລາວາເລີ່ມໄຫຼອອກມາຈາກພູເຂົາໄຟຄິລາເວ
ເວບໄຊທ໌ ມິເຣີ້ ເຜີຍວ່າ ຈາກການທີ່ພູເຂົາໄຟຄິລາເວເກີດການລະເບີດເທື່ອໃໝ່
ໄດ້ມີຊ່າງພາບ ເຈເຣເມຍ ໂອຊູນາ ແຊຣ໌ພາບຖ່າຍໂດຍໂດຣນ ລົງໃນເຟສບຸ໊ກສະແດງໃຫ້ເຫັນເຖິງແມັກມາ
ຫິນໜຽວຮ້ອນແດງໄຫຼອອກມາຈາກພູເຂົາໄຟຄິລາເວ ມຸ້ງໜ້າມາເຂດທີ່ຢູ່ອາໄສຂອງ ປຊຊ
ແລະຄວາມຮ້ອນຂອງແມັກມາໄດ້ເຜົາຜານທຸກຢ່າງ ກໍ່ເກີດໃຫ້ໄຟລຸກໄໝ້ໃນບໍລິເວນທີ່ມັນເຄື່ອນຜ່ານ
ຕາມການລາຍງານຍັງພົບວ່າເກີດແຜ່ນດິນໄຫວຂະໜາດ 2,5 ຫຼືແຮງກວ່ານີ້ເກືອບ 70 ເທື່ອ
ໃນບໍລິເວນພູເຂົາໄຟທີ່ເກີດລະເບີດຢ່າງຕໍ່ເນື່ອງໃນຊ່ວງ 30 ປີທີ່ຜ່ານມາ ໂດຍຕາມລາຍງານຂອງສຳນັກຂ່າວທາງທໍລະນີວິທະຍາສະຫະຣັດ
ລະບຸວ່າ ລາວາທີ່ໄຫຼອອກມານັ້ນຄິດເປັນພື້ນທີ່ເຖິງ 1 ໃນ 5 ຂອງເກາະ ແລະ ທັບຖົມພື້ນທີ່ເປັນ
48 ຕາລາງກິໂລແມັດ ໂດຍຄວາມຮ້ອນຂອງລາວາທີ່ໄຫຼອອກມາຈາກພູເຂົາໄຟສູງເຖິງ 1,149 ອົງສາ
