ນັກໂທດງັດກະແຈ ໂດດລົດໄຟໜີ ຮ່າງກາຍກະທົບພື້ນ ດັບຄາທີ່
ນັກໂທດຄະດີອຸດສະກັນ ງັດກະແຈມື ໂດດລົງລົດໄຟ ຮ່າງກາຍກະທົບພື້ນເສຍຊີວິດ
ຈັງຫວັດນະຄອນປະຖົມ
ຮ້ອຍເວນສອບສວນ ສພ ພຸດທະມົນທົນ ຮັບແຈ້ງເຫດມີຄົນໂດດຈາກລົດໄຟ ຊ່ວງໃກ້ຮອດສະຖານີລົດໄຟວັດສຸວັນ
ຈັງຫວັດ ນະຄອນປະຖົມ ຮ່າງກາຍກະທົບກັບພື້ນ ເສຍຊີວິດ ທີ່ເກີດເຫດພົບສົບ ທ້າວຂັນໄຊ ອາຍຸ
40 ປີ ຊາວຈັງຫວັດສົງຂາເປັນນັກໂທດຄະດີອຸດສະກັນ ແຕ່ງກາຍດ້ວຍເສື້ອສີຟ້າ ແລະ
ໂສ້ງຂາສັ້ນສີຟ້າ
ຈາກການສອບສວນຮູ້ວ່າ ທ້າວຂັນໄຊ ເຊິ່ງເປັນນັກໂທດໃນເຮືອນຈຳທີ່ກຸງເທບ ແລະ
ຖືກອາຍັດໂຕໄປດຳເນີນຄະດີທີ່ຈັງຫວັດສົງຂາ ເພາະກໍ່ເຫດມາຫຼາຍຄະດີ ໂດຍເຈົ້າໜ້າທີ່ຕຳຫຼວດ
2 ຄົນ ຄຸມໂຕ ທ້າວຂັນໄຊ ຂຶ້ນໂດຍສານດ້ວຍລົດໄຟສາຍກຸງເທບ-ຍະລາ ແລະ ມີການນັດໝາຍກັບເຈົ້າໜ້າທີ່ໃຫ້ມາຮັບໂຕທີ່ຈັງຫວັດສົງຂາ
ໃນລະຫວ່າງທາງນັ້ນ ນັກໂທດຖືກໃສ່ກະແຈມືແລະຖືກລ໊ອກກັບຕັ່ງນັ່ງ ໃນຊ່ວງທີ່ເຈົ້າໜ້າທີ່ທັງ
2 ເຜີ ທ້າວຂັນໄຊກໍ່ໄດ້ງັດກະແຈ ແລ້ວໂດດອອກທາງດ້ານປ່ອງຢ້ຽມລົດໄຟ ເຊິ່ງຈຸດທີ່ໂດດລົງນັ້ນແມ່ນຫິນສູງ
ເຮັດໃຫ້ຮ່າງກາຍຂອງລາວໄດ້ກະທົບໃສ່ຢ່າງແຮງຈົນເສຍຊີວິດ
