ແຜ່ນດິນໄຫວຮຸນແຮງ ເກາະຮາວາຍ ເຮັດພື້ນຫົນທາງແຕກລ້າວ ແກ໊ສພິດລອຍປິວທົ່ວເຂດ



ສຳນັກຂ່າວຕ່າງປະເທດລາຍງານວ່າ ພາຍຫຼັງເຫດແຜ່ນດິນໄຫວຂະໜາດ 6,9 ຕາມມາດຕາແມັກນິຈູດ ບໍລິເວນພື້ນທີ່ເກາະຮາວາຍ ຣັດຮາວາຍ ສະຫະຣັດອາເມຣິກາ ເມື່ອຊ່ວງເຊົ້າວັນທີ່ 5 ພຶດສະພາ ຕາມເວລາໃນປະເທດເຮົາເຂິ່ງເຊື່ອວ່າເປັນຜົນຈາກການລະເບີດຂອງພູເຂົາໄຟຄິລາເວ ລ່າສຸດມີການສຳຫຼວດຄວາມເສຍຫາຍຈາກແຜ່ນດິນໄຫວເທື່ອນີ້

ແຜ່ນດິນໄຫວເທື່ອລ່າສຸດນີ້ໄດ້ສ້າງຄວາມເສຍຫາຍໃຫ້ເກາະໃຫຍ່ ຫຼື ເກາະຮາວາຍ ເຊິ່ງພື້ນທີ່ຢູໃກ້ກັບຈຸດສູນກາງແຜ່ນດິນໄຫວຫຼາຍທີ່ສຸດ ເບື້ອງຕົ້ນພົບວ່າມີບ້ານເຮືອນເສຍຫາຍຫຼາຍຫຼັງ ແຕ່ບໍ່ໜັກຫຼາຍ ຂະນະທີ່ຫົນທາງໃຫ້ສັນຈອນໄປມານັ້ນ ປະກົດວ່າມີຮອຍແຕກແຍກ ບາງຈຸດມີຄວັນຈາກແກ໊ສພິດຂອງຄວາມຮ້ອນໃຕ້ດິນລອຍອອກມາຕາມຮ່ອງຫົນທາງຢ່າງຕໍ່ເນື່ອງ ລ່າສຸດໄດ້ມີການອົບພະຍົບ ປຊຊ ອອກຈາກພື້ນທີ່ສ່ຽງແລ້ວເນື່ອງຈາກແກ໊ສຊັນເຟີໄດອົກໄຊຕ໌ໃນອາກາດ ປັບໂຕຂຶ້ນຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ການຢູ່ອາໄສ







Powered by Blogger.