ໄຟໄໝ້ສວນໄດໂນຊໍ ແພລນເນັດ ແຄມຖະໜົນສະຂຸມວິດ ເຈົ້າໜ້າທີ່ເລັ່ງລະງັບເຫດ
4 ພຶດສະພາ
ຜູ້ສື່ຂ່າວລາຍງານວ່າເມື່ອເວລາປະມານ 14:45 ທີ່ຜ່ານມາ ເກີດເຫດໄຟໄໝ້ພາຍໃນສວນສະນຸກ ໄດໂນຊໍ
ແພລນເນັດ (Dinosaur Planet) ແຄມຖະໜົນສະຂຸມວິດ ໃກ້ກັບສະຖານີລົດໄຟບີທີເອສພ້ອມພົງ ເຈົ້າໜ້າທີ່ດັບເພີງໃນພື້ນທີ່ໄດ້ລະງັບເຫດ
ເບື້ອງຕົ້ນພົບວ່າຈຸດດັ່ງກ່າວໄດ້ເປີດການບໍລິການເປັນສວນສະນຸກ
ແຕ່ຊ່ວງຂະນະເກີດເຫດຢູ່ລະຫວ່າງການຫື້ຖອນອາຄານບາງສ່ວນພາຍໃນພື້ນທີ່
ຂະນະນີ້ຍັງບໍ່ຮູ້ສາເຫດທີ່ຊັດເຈນຂອງໄຟໄໝ້ເທື່ອນີ້ ແລະ ຍັງບໍ່ມີລາຍງານຜູ້ບາດເຈັບ ແລະ
ຄວາມເສຍຫາຍໃດໆ ເຊິ່ງລ່າສຸດເຈົ້າໜ້າທີ່ສາມາດຄວບຄຸມໄຟໄດ້ແລ້ວ
ສຳຫຼັບ Dinosaur Planet ເປັນແຫຼ່ງທ່ອງທ່ຽວທີ່ຕັ້ງຢູ່ພື້ນທີ່ກວ່າ
12,000 ຕາລາງກິໂລແມັດ ບໍລິເວນ ດິ ເອັມສ໌ເຟຍ ໃນໃຈກາງກຸງເທບມະຫານະຄອນ
ລະຫວ່າງຊອຍສະຂຸມວິດ 22 ແລະ ຊອຍສະຂຸມວິດ 24 ແລະເມື່ອວັນທີ່ 30 ເມສາ ທີ່ຜ່ານມາຫາກໍ່ເກີດເຫດໄຟໄໝ້ຊິງຊ້າສະຫວັນ
