ເຮືອບິນຂັບໄລ່ SU-30 ຂອງຣັດເຊຍຕົກໃນຊີເຣຍ ນັກບິນເສຍຊີວິດ2 ຄົນ



ເຮືອບິນຂັບໄລ່ SU-30SM ຂອງກອງທັບອາກາດຣັດເຊຍ ປະສົບອຸປະຕິເຫດຕົກກາງທະເລເມດີເຕີລາເນ ໃກ້ແຄມຝັ່ງເມືອງລາຄາເກຍຂອງຊີເຣຍ ເມື່ອຊ່ວງເຊົ້າວັນທີ່ 3 ທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 2 ຄົນ

ກະຊວງກະລາໂຫມຣັດເຊຍລະບຸວ່າ ເຫດການສະຫຼົດດັ່ງກ່າວເກີດປະມານ 06:45 ເຮືອບິນຂັບໄລ່ລຳດັ່ງກ່າວປະສົບອຸປະຕິເຫດຫຼັງຂຶ້ນບິນຈາກຖານທັບອາກາດ Hmeymim ໃນເມືອງຕາລາເກຍຂອງຊີເຣຍ

ໂດຍໂຄສົກກະຊວງກະລາໂຫມຣັດເຊຍເຜີຍວ່າ ນັກບິນທັງສອງຄົນພະຍາຍາມທີ່ຈະບັງຄັບຄວບຄຸມເຮືອບິນຈົນວິນາທີສຸດທ້າຍ ກ່ອນຕົກໃນທະເລເມດີແຕລາເນ ແລະ ສົ່ງຜົນໃຫ້ນັກບິນສອງຄົນເສຍຊີວິດ

ຕາມຂໍ້ມູນການລາຍງານເບື້ອງຕົ້ນ ສາເຫດທີ່ເຮັດໃຫ້ສຸດຍອດເຮືອບິນຂັບໄລ່ດັ່ງກ່າວປະສົບອຸປະຕິເຫດຕົກ ອາດເປັນຍ້ອນມີນົກໂຕໜຶ່ງບິນຕຳເຄື່ອງຈັກ ບໍ່ໄດ້ເປັນຍ້ອນຖືກຍິງຫຼືຢ່າງໃດ

ທັງນີ້ ເຫດການນີ້ຖືເປັນເທື່ອທີ່ສອງຂອງປີທີ່ມີເຮືອບິນຂອງກອງທັບອາກາດຂອງຣັດເຊຍທີ່ປະຈຳການໃນກອງທັບອາກາດ Hmeymim ປະສົບອຸປະຕິເຫດຕົກ ໂດຍເທື່ອທຳອິດເມື່ອວັນທີ່ 6 ມີນາທີ່ຜ່ານມາ ເຮືອບິນລຳລຽງ ອັນໂຕນອຟ -26 (An-26) ປະສົບເຫດຕົກຂະນະກຳລັງລົງຈອດທີ່ຖານທັບ ເຮັດໃຫ້ຜູ້ໂດຍສານແລະລູກເຮືອເສຍຊີວິດ 39 ຄົນ





Powered by Blogger.