ໄອເອສຫຶກເຫີມ ຂູ່ຕັດຄໍສອງນັກເຕະດັງ
ສັ່ນສະເທືອນວົງການກິລາ ກຸ່ມກໍ່ການຮ້າຍໄອເອສ ຂູ່ຕັດຄໍ “ໂຣນັນໂດ-ເມສຊີ້”
ໃນການແຂ່ງຂັນເວີຄັບ 2018
ເດລີເມ
ລາຍງານວ່າກຸ່ມກໍ່ການຮ້າຍໄອເອສໄດ້ເຜີຍແຜ່ຮູບພາບຂູ່ໂຈມຕີການແຂ່ງຂັນບານເຕະໂລກ ເວຄັບ
2018 ທີ່ປະເທດຣັດເຊຍ ເຊິ່ງຈະຈັດຂຶ້ນໃນວັນທີ 14 ມິຖຸນາ - 15 ກໍລະກົດ 2018
ນີ້ໂດຍພາບດັ່ງກ່າວມີຂໍ້ຄວາມປຸກລະດົມໃຫ້ບັນດາຄົນທີ່ສະໜັບສະໜຸນການກໍ່ການຮ້າຍ
ວາງແຜນໂຈມຕີຊ່ວງຈັດງານກິລາດັ່ງກ່າວນຳ
ຈາກພາບເຜີຍໃຫ້ເຫັນສອງນັກເຕະຊຸບເປີ້ສຕາ ນອນເໝບລົງກັບພື້ນ
ສະພາບນອງເລືອດພ້ອມກັບມີນັກຮົບໄອເອສສອງຄົນຄຸເຂົ່າຂົ່ມສອງນັກເຕະຊື່ດັງລົງກັບພື້ນຫຍ້າ
ພ້ອມຈັບມີດ ຂະນະທີ່ດ້ານເທິງມີຂໍ້ຄວາມລະບຸວ່າ “ເລືອດຂອງພວກສູຕ້ອງນອງພື້ນ”
ທັງນີ້ສຳຫຼັບ ຄຣີສເຕຍໂນ້ ໂຣນັນໂດ້ປະຈຸບັນເປັນນັກເຕະສັງກັດສະໂມສອນ ຣຽວ ມັດຣິດ
ແລະ ທີມຊາດໂປຕຸເກດ ສ່ວນລີໂອເນວ ເມສຊີ້ ສັງກັດສະໂມສອນບາເຊໂລນ້າ ແລະ
ທີມຊາດອາເຈນຕິນ້າ
ນອກຈາກນີ້ໄອເອສຍັງເຜີຍພາບນັກຮົບກໍ່ການຮ້າຍໃນຊຸດທະຫານພ້ອມກັບຖືລະເບີດຢູ່ໃນມື
ໂດຍມີພາບພື້ນຫຼັງເປັນສະເຕດ້ຽມ ທີ່ໃຊ້ໃນການແຂ່ງຂັນພ້ອມຂໍ້ຄວາມວ່າ “ຟີຟ່າເວີຄັບ 2018
ໄຊຊະນະເປັນຂອງເຮົາ”
ຢ່າງໃດກໍ່ຕາມກ່ອນໜ້ານີ້ໃນເດືອນມີນາ ກຸ່ມໄອເອສເຜີຍພາບເມສຊີ້ ໃນຊຸດນັກໂທດສີສົ້ມ
ຄຸເຂົ່າຢູ່ດ້ານຂ້າງນັກຮົບໄອເອສ ພ້ອມຂໍ້ຄວາມຂົ່ມຂູ່
ທັງນີ້ທາງການຣັດເຊຍເຊິ່ງເປັນເຈົ້າພາບໃນການຈັດການແຂ່ງຂັນເວີຄັບລະບຸວ່າໄດ້ກຽມພ້ອມໃນມາດຕະການການຮັກສາຄວາມປອດໄພທັງ
11 ເມືອງໃນຣັດເຊຍທີ່ຈະຈັດການແຂ່ງຂັນເປັນຢ່າງດີ ແຕ່ເຖິງຢ່າງໃດກໍ່ຕາມເມື່ອເດືອນແລ້ວນີ້ມີລາຍງານກຸ່ມໄອເອສໄດ້ກໍ່ເຫດໂຈມຕີກາງນະຄອນເຊັ້ນສ໌
ປີເຕີ້ເບີກ ເມື່ອຊ່ວງເດືອນເມສາທີ່ຜ່ານມາ ເປັນເຫດໃຫ້ມີຜູ້ເສຍຊີວິດ 14 ລາຍ