ຊ່າງສ້ອມແປງສຸດຊ໊ອກ ເຈິສົບຫຼັງກຳແພງຫ້ອງນ້ຳຍິງໃນຫ້າງສັບພະສິນຄ້າທີ່ແຄນນາດາ
ສຳນັກຂ່າວຕ່າງປະເທດລາຍງານວ່າ ພະນັກງານພະແນກສ້ອມບຳລຸງຄົນໜຶ່ງຂອງຫ້າງສັບພະສິນຄ້າເດິຄໍ
ໃນເມືອງຄັນກາລີ ປະເທດແຄນນາດາ ຕ້ອງຕົກໃຈສຸດຂີດ ຫຼັງຖືກເອີ້ນໂຕໃຫ້ເຂົ້າໄປເບິ່ງບັນຫາໃນຫ້ອງນ້ຳຍິງ
ແລ້ວພົບຮ່າງຄົນຕິດຢູ່ໃນກຳແພງຫ້ອງນ້ຳ
ລາຍງານລະບຸວ່າ ພະນັກງານສ້ອມບຳລຸງໄດ້ເຂົ້າໄປເບິ່ງບັນຫາໃນຫ້ອງນ້ຳຍິງຊັ້ນ 4
ໃກ້ກັບຟູດຂອດຂອງຫ້າງ ເມື່ອຊ່ວງເຊົ້າ 30 ເມສາ ຫຼັງໄດ້ຮັບແຈ້ງເຫດວ່າໂຖຊັກໂຄກບໍ່ເຮັດວຽກອັດຕະໂນມັດ
ແຕ່ກັບເຈິສິ່ງສຸດໜ້າຢ້ານເມື່ອເລື່ອນເປີດແຜ່ນປິດຝາ ດ້ານຫຼັງຊັກໂຄກອອກເພື່ອກວດສອບ
ແລ້ວເຈິຮ່າງຊາຍຄົນໜຶ່ງຕິດຢູ່ໃນກຳແພງ ສະພາບໄຮ້ລົມຫາຍໃຈ
ໂດຍຂະນະທາງຕຳຫຼວດຍັງບໍ່ສາມາດລະບຸຢືນຢັນໂຕຕົນຂອງຊາຍທີ່ເສຍຊີວິດລາຍດັ່ງກ່າວໄດ້
ເບື້ອງຕົ້ນຄາດການວ່າຜູ້ເສຍຊີວິດອາຍຸປະມານ 20 ປີ ເຂົ້າຫ້ອງນ້ຳຍິງຊ່ວງຄ່ຳວັນທີ່ 27
ເມສາ ຈາກນັ້ນປີນເຂົ້າໄປໃນຊ່ອງລົມດ້ານເທິງ ກ່ອນຕິດຢູ່ໃນຊ່ອງວ່າງລະຫວ່າງຝາແລະ ເສຍຊີວິດໃນເວລາຕໍ່ມາ
ທັງນີ້ ຕຳຫຼວດລະບຸວ່າ ເຈົ້າໜ້າທີ່ຍັງຄົງຢູ່ລະຫວ່າງການສືບສວນສອບສວນຫາສາເຫດທີ່ຊັດເຈນ
ສ່ວນພະນັກງານຄົນນັ້ນຕົກໃຈແຮງຈົນໄດ້ລາພັກງານໄປຫຼາຍມື້
