ມາໄດ້ຈັງໃດ!? ນັ່ງເຮັດວຽກຢູ່ດີໆ ເຈິໝູ່ໃໝ່ທີ່ບໍ່ໄດ້ຮັບເຊີນແວະມາຫາ ຮ້ອງແຕກຄັບຫ້ອງການ



ເພຈ The Independent ໄດ້ໂພສທ໌ຄລິບບັນທຶກຈາກຕ່າງປະເທດ ເມື່ອສາວໃນຫ້ອງການຄົນໜຶ່ງກຳລັງນັ່ງເຮັດວຽກຢູ່ດີໆເຈິສິ່ງທີມີຊີວິດຢູ່ໂດຍທີ່ບໍ່ເຄີຍຄິດເຄີຍຝັນເລີຍວ່າຈະເຈິໃນສະຖານທີ່ເຮັດວຽກໄດ້


ສິ່ງທີມີຊີວິດທີ່ວ່າ ແມ່ນງູຂະນາດໃຫຍ່ຫລິ້ນເອົາພວກເຂົາຊ໊ອກກັນທັງຫ້ອງການ ແຕ່ທີ່ໜ້າປະຫຼາດໃຈກວ່ານັ້ນຄື ຄົນທີ່ຈັບງູໃນຄລິບຄື ຜູ້ຍິງ ທີ່ພະຍາຍາມຈັບງູໂຕນັ້ນດ້ວຍຄວາມຊຳນິຊຳນານ ຈາກນັ້ນໄດ້ນຳໄປປ່ອຍໃນຝຸ່ມຫຍ້າຄືນສູ່ທຳມະຊາດຕໍ່ໄປ ໃນທ່າມກາງຄວາມຕື່ນເຕັ້ນຂອງພະນັກງານແລະຍ້ອງວ່ານາງກ້າຫານອີ່ຫລີ່
Powered by Blogger.