ນັກວິໄຈທົດສອບ ນ້ຳສ້ວມຣີໄຊເຄີ້ນດື່ມໄດ້ປອດໄພ ທີ່ສຳຄັນລົດຊາດດີບໍ່ແພ້ນ້ຳແກ້ວ
ນັກວິທະຍາສາດຈາກມະຫາວິທະຍາໄລແຄລິຟໍເນຍ ຂອງສະຫະຣັດຢັ້ງຢືນວ່ານ້ຳຈາກຫ້ອງນ້ຳຈາກຫ້ອງນ້ຳທີ່ຜ່ານການຣີໄຊເຄີ້ນແລ້ວປອດໄພດື່ມໄດ້ເພາະບໍ່ມີສ່ວນປະກອບໃດທີ່ເປັນອັນຕະລາຍ
ຫົວໜ້າທີມວິໄຈບອກວ່າຄົນທົ່ວໄປຍັງຕິດກັບຄຳວ່າ “ນ້ຳຈາກສ້ວມ” ເຮັດໃຫ້ຮູ້ສຶກວ່າສົກກະປົກໜ້າລັງກຽດ
“ການເຮັດໃຫ້ຜູ້ຄົນຮູ້ສຶກຢ້ານເປັນເລື່ອງສຳຄັນ ເພາະໃນອານາຄົດນ້ຳຈາກຫ້ອງນ້ຳອາດເປັນໜຶ່ງແຫຼ່ງນ້ຳສຳຄັນ”
ນັກວິທະຍາສາດທົດລອງອາສາສະໝັກ 143 ຄົນດື່ມນ້ຳ ຄົນລະ 3 ຈອກ ຄືນ້ຳປາປາ ນ້ຳ
ນ້ຳບັນຈຸແກ້ວຂາຍທົ່ວໄປ ແລະ ນ້ຳຈາກສຸຂາທີ່ຜ່ານການບຳບັດ ໂດຍບໍ່ບອກບັນດາອາສາສະໝັກວ່ານ້ຳທີ່ໃຫ້ກິນແມ່ນນ້ຳມາຈາກໃສ
ຈາກນັ້ນກໍ່ໃຫ້ອາສາສະໝັກໃຫ້ຄະແນນ
ປະກົດວ່ານ້ຳປາປາໄດ້ຄະແນນໜ້ອຍທີ່ສຸດ ສ່ວນນ້ຳບັນຈຸແກ້ວແລະນ້ຳຈາກຫ້ອງນ້ຳທີ່ຜ່ານການບຳບັດໄດ້ຄະແນນທໍ່ໆກັນ
ສາດສະດາຈານ Mary Gauvain ອະທິບາຍເຫດຜົນວ່າ “ອາດເປັນນ້ຳທັງສອງຊະນິດນີ້ຜ່ານຂະບວນການບຳບັດທີ່ຄ້າຍກັນ
ຜົນມັນກໍ່ເລີຍບໍ່ຕ່າງກັນ
ຜົນການສຳຫຼວດປະຈຳປີຂອງ World Economic Forum ລະບຸວ່າບັນຫານ້ຳຈະເປັນບັນຫາອັນດັບຕົ້ນໆ
ຂອງໂລກໃນທົດສະວັດໜ້າ ເວລານີ້ ຜູ້ຄົນທົ່ວໂລກ 2 ໃນ 3
ອາໄສຢູ່ໃນພື້ນທີ່ທີ່ຕ້ອງປະເຊີນພາວະຂາດແຄນນ້ຳຢ່າງໜ້ອຍປີລະ 1 ເດືອນເຄິ່ງໜຶ່ງໃນຈຳນວນນີ້ຢູ່ໃນຈີນແລະອິນເດຍ
ແມ້ແຕ່ໃນສະຫະຣັດ ຫຼາຍພື້ນທີ່ກໍ່ປະສົບບັນຫາຂາດແຄນນ້ຳເຊັ່ນກັນ
ຣັດແຄລິຟໍເນຍໄດ້ເຮັດເທັກໂນໂລຊີເອີ້ນວ່າ “From Toilet To Tab” (ຈາກສຸຂາສູ່ປາປາ)
ມາໃຊ້ ໂດຍນຳໃຊ້ນ້ຳທີ່ໃຊ້ແລ້ວຈາກຫ້ອງນ້ຳມາຜ່ານຂະບວນການບຳບັດເພື່ອກຳຈັດສິ່ງທີ່ຕົກຄ້າງລວມເຖິງສານເຄມີແລະເຊື້ອໂລກຕ່າງໆ
ກ່ອນນຳກັບມາໃຊ້ໃໝ່
ທີ່ຜ່ານມາຍັງບໍ່ເຄີຍມີການທົດລອງດື່ມປຽບທຽບລົດຊາດ
ນັກວິທະຍາສາດເຊື່ອວ່ານ້ຳຈາກຫ້ອງນ້ຳທີ່ຜ່ານການບຳບັດເປັນທີ່ຍອມຮັບຫຼາຍຂຶ້ນ