ບໍ່ຢາກເຊື່ອສາຍຕາ! ຊາວນາຂຸດດິນເຮັດໄຮ່ຖົ່ວເຫຼືອງ ແລ້ວເຈິສິ່ງປິດສະໜາ ເຮັດໃຫ້ແຕກຕື່ນໄປທົ່ວ (ຄລິບ)
ການຄົ້ນພົບເທື່ອນີ້ເກີດຂຶ້ນໃນຂະນະທີ່ທ້າວ ເຈເມັສ (James) ກຳລັງຂຸດດິນເພື່ອວາງທໍ່ແກ໊ສທຳມະຊາດໃນໄຮ່ຖົ່ວເຫຼືອງຂອງໂຕເອງ
ແຕ່ທັນໃດນັ້ນລາວໄດ້ຂຸດພົບວັດຖຸບາງຢ່າງ ລັກສະນະຄືກະດູກຂອງສັດທີ່ມີຂະໜາດໃຫຍ່
ໃນເວລາຕໍ່ມາເຈົ້າໜ້າທີ່ເຂົ້າມາກວດສອບແລະໄດ້ລົງພື້ນທີ່ສຳຫຼວດພົບວ່າເປັນ
“ຊາກກະດູກຂອງຊ້າງແມມມ໋ອດ” ຫລັງຈາກຂຸດລົງໄປເລື້ອຍໆກໍ່ພົບສີ້ນສ່ວນຂອງກະດູກຢ່າງຫຼວງຫຼາຍ
ມີກະໂຫຼກ,ງາຄູ່,ກະດູກຂ້າງ,ກະດູກສັນຫລັງແລະຍັງພົບສ່ວນກະດູກບ່າທັງສອງເບື້ອງອີກດ້ວຍ
ເຖິງວ່າຍັງບໍ່ສາມາດຮູ້ສາເຫດຂອງການເສຍຊີວິດຂອງຊ້າງແມມມ໋ອດໂຕນີ້ໄດ້ຢ່າງແນ່ນອນ
ແຕ່ທາງນັກວິໄຈຄິດວ່າມັນໜ້າຈະຖືກຄົນຂ້າແລ້ວເກັບໄວ້ບ່ອນນີ້ເພື່ອເປັນອາຫານສຳຮອງ ເຊິ່ງຄາດວ່າອາດເສີຍຊີວິດໃນເມື່ອປະມານ
10,000 ປີກ່ອນ
ສຳຫຼັບຂາທາງໜ້າແລະທາງຫລັງຂອງມັນອາດຈະຖືກກິນໄປແລ້ວ
ຄາດບໍ່ເຖິງວ່າ ໃນທີ່ນາແບບນີ້ຈະມີຊາກຊ້າງແມມມ໋ອດບູຮານໄດ້ ຫຼັງຈາກຊ້າງແມມມ໋ອດບູຮານໂຕນີ້ເສີຍຊີວິດລົງຊາກຂອງມັນຖືກເກັບໄວ້ທີ່ນີ້ເປັນເວລາດົນນານມາແລ້ວເປັນເວລາຫຼາຍກວ່າໜື່ນໆປີ
ເຊິ່ງເຊື່ອວ່າການຄົ້ນພົບເທື່ອນີ້ຈະສາມາດຊ່ອຍໃຫ້ຜູ້ຄົນຮູ້ຈັກແລະເຂົ້າໃຈສະຖານະການທາງຊີວະພາບໃນຍຸດນັ້ນເຊິ່ງມີຄວາມສຳຄັນຫຼາຍໃນປະຫວັດສາດ