ຫມີຫມາຍົກມື “ຊ່ອຍແນ່“ ເຈົ້າໜ້າທີ່ເລີຍຫຼຽວໄປເຫັນຫມີຫມາຕິດກັບດັກຢູ່ກາງປ່າ



ເດລີເມລາຍງານວ່າ ປະຕິບັດການຊ່ອຍຊີວິດຫມີຫມາໂຕແມ່ທີ່ຖືກກັບດັກຢູ່ໃນປ່າທີ່ຖືກລັກລອບຖາງປູກຢາງ ເທິງເກາະບໍນຽວຂອງອິນໂດເນເຊຍ ຫລັງຈາກມັນຍົກມືຂາໜ້າຂື້ນຄືໂບກມືໃຫ້ເຈົ້າໜ້າທີ່ຝ່າຍຄຸ້ມຄອງສັດປ່າທີ່ຜ່ານໄປບໍລິເວນນັ້ນເຫັນພໍດີ

ເຈົ້າໜ້າທີ່ຈາກມູນນິທິເຈຈັກ ປູລັງ ບຸກເຂົ້າໄປຊ່ອຍຫມີໝາຮັກສາທີ່ສູນຊ່ອຍເຫຼືອສັດຂອງອົງກອນໂຟພາວ ສະພາບຂາໜ້າຂອງມັນຖືກກັບດັກເປັນແຜອັກເສບຈົນຕ້ອງຕັດຖີ້ມ

ຫມີຫມາໂຕນີ້ໄດ້ຊື່ຈາກທີມງານຊ່ອຍເຫຼືອມັນວ່າ ບີເລຍຢູ່ໃນກົງແບບກາງແຈ້ງ 8 ມື້ເພື່ອຮັກສາຟື້ນໂຕ ຫລັງຈາກແຜເລີ່ມເຊົາດີແລ້ວ ເຈົ້າໜ້າຈຶ່ງຈະສົ່ງກັບຄືນປ່າສູ່ທຳມະຊາດຕໍ່ໄປ

ແຄ ລາຟຼານ ຜູ້ອຳນວຍການອົງ ເຜີຍກັບສື່ເດິໂດໂດ້ວ່າ ອາຍຸຂອງຫມີຫມາໂຕນິໜ້າຈະໄດ້ປະມານ 2 ປີ ແລະມີອານາຄົດທີ່ສົດໃສ ເຖິງແມ່ນວ່າຈະເສຍຕີນໄປຂ້າງໜຶ່ງ ມັນໄດ້ຮັບການປ່ອຍໂຕໄປຫາບ່ອນເກົ່າທີ່ເຈົ້າໜ້າທີ່ພາມາ





Powered by Blogger.