ຊ໊ອກ! ໝໍນວດຈັບເດັກນ້ອຍຫິ້ວຂາ-ຫິ້ວຫົວແກ່ວງໄປມາ ອ້າງວ່າ “ຊ່ອຍເດັກນ້ອຍບໍ່ໃຫ້ພິການ“ (ຄລິບ)
ອິນດີເພນເດນ ລາຍງານວ່າ ລາລິດສາ ໂອລີນບາຊາໂລວນ່າ ຜູ້ຍິງອາຍຸ 35 ປີ ຈາກເມືອງອັດມາຕີ
ປະເທດຄາຊັດສະຖານ ເປັນໝໍນວດທີ່ມີໃບຮັບຮອງເປັນຜູ້ຊ້ຽວຊານ ແລະເຮັດວຽກເປັນໝໍນວດມາ 11 ປີແລ້ວ
ລາວອ້າງວ່າ ວິທີການນວດທີ່ແບບແປກໄຫມ່ຂອງລາວ ດ້ວຍການຈັບ ແຂນ,ຂາ ແລະຄໍ
ເດັກນ້ອຍຫ້ອຍໄປມາສະລັບກັນ ສາມາດຮັກສາເດັກນ້ອຍຈາກຄວາມພິການໄດ້ “ຂ້ອຍຊ່ອຍເດັກນ້ອຍ“
ນາງ ລາລິດສາເວົ້າ “ຂ້ອຍເຮັດວຽກກັບເດັກນ້ອຍມາຫຼາຍປີ ຫຼາຍຄົນເປັນຄໍຕຶງ ຕີນງໍ
ການນວດແບບຂອງຂ້ອຍຊ່ວຍພວກເຂົາໄດ້“
ເຖີງແມ່ນວ່ານີ້ຈະເປັນສີ່ງທີ່ໜ້າຕົກໃຈ “ການນວດເດັກນ້ອຍອອ່ນ“
ກໍ່ເປັນທີ່ນິຍົມໃນຄາຊັດສະຖານ ໂດຍ ຜູ້ຊ້ຽວຊານທີ່ຄິດເງີນຈາກຜູ້ປົກຄອງປະມານ 300ບາດ
ເພື່ອທີ່ລູກນ້ອຍຂອງພວກເຂົາຈະໄດ້ຮັບການນວດເປັນເວລາປະມານ 10-15 ນາທີ
ໃນຄລິບວິດີໂອເຜີຍໃຫ້ເຫັນໂຕຢ່າງວ່າ ລາລິດສາ ເຮັດການນວດໃຫ້ເດັກນ້ອຍແບບໃດ ລາວເລີ່ມຈາກຈັບຂໍ້ຕີນທັງສອງເບື້ອງແລ້ວຍໍຕີນສະລັບຂ້າງກັນໄປມາຈາກນັ້ນລາວອຸ້ມເດັກນ້ອຍຂື້ນມາ
ຈັບແຂນແກ່ວງຂື້ນແລະລົງ ຈາກນັ້ນ ນາງ ລາລິດສາ ກໍເຮັດໄປຕາມຂັ້ນຕອນຊ້ຳໄປມາເລື້ອຍໆ
ສ່ວນສຸດທ້າຍຂອງວິດີໂອ ນາງລາລິດສາ ຈັບແຕ່ສ່ວນຂອງຫົວຂອງເດັກນ້ອຍແລ້ວປ່ອຍໂຕຢ່ອນລົງ
ແກ່ວງໄປມາເຊີ່ງມັນເຮັດໃຫ້ເກີດກະແສວິພາກວິຈານຢ່າງຫຼວງຫຼາຍໃນໂລກອອນໄລນ໌
“ເຈົ້າບໍ່ຄວນຈັບເດັກນ້ອຍອ່ອນແບບນັ້ນ
ເຈົ້າຫ້າມປ່ອນຫົວເດັກແລະແກ່ວງເດັກນ້ອຍໄປມາແບບນັ້ນເພາະກະດູກຂອງເດັກນ້ອຍຍັງຄົງພັດທະນາແລະເບາະບາງຫຼາຍ
ຄວາມຄິດເຫັນຫຼາຍຄົນບອກວ່າ “ການນວດເດັກນ້ອຍ ນັ້ນຄື ການທໍລະມານເດັກ”
ຢ່າງໃດກໍ່ຕາມ National
Childbirth Trust (NCT) ມູນນິທິທີ່ຄອຍໃຫ້ຂໍ້ມູນແລະສະນັບສະໜູນພໍ່ແມ່ມືໃຫມ່ ເວົ້າວ່າ
ການນວດເດັກນ້ອຍສາມາດເຮັດໃຫ້ຮ່າງກາຍຫົດຢຶດຂື້ນ ແຕ່ເປັນວິທີກົງກັນຂ້າມກັບເທັກນິກແບບຂອງນາງລາລິດສາ
ໂດຍ NCT ແນະນຳໃຫ້ນວດເດັກນ້ອຍດ້ວຍນ້ຳມັນອອຍໜ້ອຍໜື່ງກໍພໍແລ້ວ
ໂດຍຈະຊ່ວຍໃຫ້ຮ່າງການຂອງເດັກຜ່ອນຄາຍຂື້ນຖ້າຢູ່ໃນທ່າທີ່ຖືກຕ້ອງ
NCT ຍັງບອກວ່າ
ເຈົ້າຄວນກວດເບີ່ງວ່າຜິວຂອງເດັກນ້ອຍແພ້ນ້ຳມັນອອຍຫຼຶບໍ່
ແລະຄວນຢຸດການນວດຖ້າຫາກເດັກນ້ອຍເລີ້ມຫງຸດຫງິດຫຼຶຢາກຫຼັບ
